16 ວັນບໍ່ພົບຜູ້ຕິດເຊື້ອລາຍໃໝ່ ໄປບໍ່ເຖິງ ຫຼື ຍັງບໍ່ທັນແຝງລິດ?

ໂດຍ: ລູກເມືອງພວນ

ເຖິງຢ່າງໃດກໍດີ, ສຸດທີ່ດີໃຈ 16 ວັນແລ້ວ ລາວເຮົາບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່. ເຖິງແມ່ນວ່າຈະມີຄວາມດີໃຈຢູ່ກໍຕາມ ແຕ່ກໍຍັງມີຄວາກັງວົນ ສົງໄສປົນເປຢູ່ວ່າ: ຜູ້ຕິດເຊື້ອນັ້ນໝົດແທ້ບໍ ຫຼື ຫາກຍັງບໍ່ທັນພົບເຫັນ ຫຼື ມັນບໍ່ທັນສະແດງອາການອອກມາ ? ນີ້ຄືຄຳຖາມທີ່ຫຼາຍຄົນສົງໄສ ແລະ ເປັນຫ່ວງກັງວົນ.

ພວກເຮົາລອງມາເຮັດເລກຄູນນຳກັນເບີ່ງວ່າ: ສົມມຸດວ່າຜູ້ຕິດເຊື້ອຄົນໜຶ່ງສຳຜັດໃກ້ສິດກັບຄົນທົ່ວໄປໃນສັງຄົມຢ່າງໜ້ອຍທີ່ສຸດກໍຕ້ອງແມ່ນ 20 ຄົນໃນວັນໜຶ່ງ, ພວກເຮົາມີຜູ້ຕິດເຊື້ອທັງໝົດ 19 ຄົນ x 20 = 380 ຄົນ(ຜູ້ສົງໄສຕິດເຊື້ອ), 380 ຄົນນີ້ ໄປໃສແດ່? ຢູ່ໃສແດ່? ສຳຜັດໃກ້ສິດກັບຈັກຄົນຕື່ມອີກ? ບໍ່ມີໃຜຮູ້ ແລະ ບໍ່ສາມາດນຳໄດ້ທຸກກໍລະນີ.

ບັນຫານີ້, ຄິດວ່າທາງການແພດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍຕ້ອງຄຳນຶງ ແລະ ຄິດໄລ່ຢູ່ແລ້ວ, ແຕ່ເຖິງຢ່າງໃດກໍດີ ນີ້ຄືຄວາມກັງວົນສົງໄສຂອງປະຊາຊົນທົ່ວໄປໃຫ້ຄຳຄິດເຫັນ.

ອີກບັນຫາໜຶ່ງທີ່ອັນຕະລາຍຮ້າຍແຮງໄປກວ່ານັ້ນ ແມ່ນມັນບໍ່ທັນໄດ້ສະແດງອາການອອກມາ ແລ້ວກໍຄິດວ່າຈຳນວນຄົນພວກນີ້ເປັນຄົນປົກກະຕິທຳມະດາທົ່ວໄປ ຈຶ່ງບໍ່ມີໃຜສົນໃຈ. ໂດຍລັກສະນະພິເສດຂອງເຊື້ອໄວຣັດຊະນິດນີ້ ໃນໄລຍະທີ່ມັນຟັກຕົວ(ບໍ່ທັນສະແດງອາການອອກມາ) ນັ້ນ ມັນກໍສາມາດແຜ່ເຊື້ອໄປໃສ່ຄົນອື່ນໄດ້ແລ້ວ ແລະ ອາການສະແດງອອກໄວ ຫຼື ຊ້າມັນຍັງຂຶ້ນຢູ່ກັບສຸຂະພາບຮ່າງການຂອງແຕ່ລະຄົນຕື່ມອີກ. ນີ້ແຫຼະຄືຄວາມອັນຕະລາຍທີ່ມີຄວາມສ່ຽງສູງຈະເກີດເຊື້ອຂືຶ້ນມາອີກຮອບໃໝ່.

ເຖິງແມ່ນພວກເຮົາຈະມີຄວາມກັງວົນໃດໆກໍຕາມ, ພວກເຮົາຕ້ອງມີຄວາມເຊື່ອໝັ້ນຄວາມສາມາດຂອງແພດລາວ ແລະ ນະໂບາຍທີ່ເຂັ້ມງວດຂອງລັດຖະບານ ແລະ ອັນທີ່ສຳຄັນທີ່ສຸດກໍຄືການປະຕິບັດຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີໃຫ້ດີທີ່ສຸດກໍແລ້ວກັນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ