ພວກເຮົາກຽມຮັບມື ກັບໄພພິບັດແນວໃດ?

ໂດຍ:​ມຶກບໍ່ແຫ້ງ

ກ້າວສູ່ລະດູຝົນ ເຊິ່ງເປັນຊ່ວງໄລຍະທີ່ການເກີດໄພພິບັດໜັກຢູ່ປະເທດເຮົາ ໂດຍເພາະ ໄພນໍ້າຖ້ວມ ເຊິ່ງໃນ ສອງສາມປີ ຜ່ານມາພວກເຮົາປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍປະການ ແລ້ວປີນີ້ເຮົາກຽມຄວາມພ້ອມລະບໍ່?

ນັບແຕ່ປະເທດຊາດພວກເຮົາປົດປ່ອຍມາ ໄລຍະ ສອສາມປີຜ່ານມານີ້ ນັບວ່າແມ່ນຊ່ວງໄລຍະໜຶ່ງທີ່ປະເທດ ພົບຄວາມຫຍຸ້ງຍາກໃນການພັດທະນາເສດຖະກິດສົມຄວນ ເນື່ອງຈາກວ່າ ນັບແຕ່ 2018 ຕໍ່ 2019 ທີ່ທົ່ວປະເທດ ພົບກໍ້ກັບໄພພິບັດ ທີ່ໜັກໜ່ວງ ໂດຍສະເພາະ ນໍ້າຖ້ວມ, ແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ ເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ, ການຫຼຸດຜ່ອນຄວາມທຸກຍາກ ແມ່ນທ້າທາຍທີ່ສຸດ.

ລັດຖະບານເຮົາ ໄດ້ນຳໃຊ້ງົບປະມານຢ່າງຫຼວງຫຼາຍເຂົາໃນການຟື້ນຢູ່ຊີວິດການເປັນຢູ່ຂອງປະຊາຊົນ, ສ້ອມແປງໂຄງລ່າງພື້ນຖານຕ່າງໆ  ພາຍຫຼັງພົບພໍ້ກັບໄພພິບັດຢ່າງໜັກໜ່ວງ ສອງປີຊ້ອນ ຄື 2018, 2019  ແລະ ເມື່ອ 2020 ໂປໂລຫົວຂຶ້ນມາ ກໍຕ້ອງມາພົບກັບ ວິດກິດພະຍາດໂຄວິດ 19​ ອີກເຊິ່ງເຮັດໃຫ້ປະເທດເຮົາ ຕ້ອງປິດບ້ານ ປິດເມືອງ ເພື່ອປ້ອງກັນ ແລະຄວບຄຸມ, ນັ້ນໝາຍຄວາມວ່າ ການພັດທະນາເສດຖະກິດໄດ້ ຍຸກສະງັກລົງ ຊົ່ວໄລຍະໜຶ່ງ ເຊິ່ງກໍມີຜົນ ບໍ່ຫຼາຍກໍໜ້ອຍຕໍ່ການເຕີບໂຕຂອງລາຍໄດ້ລວມແຫ່ງຊາດ (GDP), ປະຊາຊົນລາວຈຳນວນຫຼວງຫຼາຍວ່າງວຽກ ເຊິ່ງຮຽກຮ້ອງໃຫ້ມີການຊ່ວຍເຫຼືອຈາກລັດຖະບານຕື່ມອີກ.

ເອີ້ນໄດ້ວ່າເປັນການທົດສອບທີ່ຍິ່ງໃຫຍ່ທີ່ສຸດ ສຳລັບພວກເຮົາ ບໍ່ວ່າລັດຖະບານ ກໍຄືກັບປະຊາຊົນໃນການຜ່ານຜ່າ ວິກິດຂອງຊາດ ໄປໃຫ້ໄດ້.

ໃນທ່າມກາງທີ່ທົ່ວປວງຊົນເຮົາກຳລັງເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ນັ້ນ ເມື່ອບໍ່ພໍເທົ່າໃດມື້ຜ່ານມາ ຄືວັນທີ 24 ເມສາ 2020 ເນື່ອງຈາກຝົນຕົກເຮັດໃຫ້ນໍ້າພັດແຮງ ເຮັດໃຫ້ປະຊາຊົນ ຢູ່ບ້ານ ຖິ່ນແກ້ວ ເມືອງຊຽງເງິນ ແຂວງຫຼວງພະບາງ ໄດ້ຮັບຜົນກະທົບ ໜັກສົມຄວນ ບາງຄອບຄົວ ແມ່ນບໍ່ໄດ້ ຮອດເຄື່ອງນຸ່ງຮົ່ມ ຮວມທັງ ເຄື່ອງໃຊ້ຄົວເຮືອນທີ່ຈຳເປັນ, ລາຍງານໃນເບື້ອງຕົ້ນໃຫ້ຮູ້ວ່າ ມີຜົນກະທົບ 50 ຄົນ ໃນນັ້ນ ມີຍິງ 22​ ຄົນ.

ເຫດການດັ່ງກ່າວ ແມ່ນເປັນສັນຍານໃຫ້ພວກເຮົາ ຕ້ອງກຽມພ້ອມທຸກສະຖານະການໃນການຮັບມື ກັບໄພພບັດທີ່ອາດຈະເກີດຂຶ້ນໃນ ຊ່ວງລະດູຝົນທີ່ຈະມາເຖິງ.

ອີງຕາມບົດລາຍງານ ສະພາບການແກ້ໄຂໄພພິບັດທາງທຳມະຊາດ ຂອບເຂດທົ່ວປະເທດ ປີ 2019 ແລະມາດຕະການຮັບມືໃນຕໍ່ໜ້າ ຂອງຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດິການ ສັງຄົມ ໃຫ້ຮູ້ວ່າ ໄພນໍ້າຖ້ວມ ໃນປີ 2019 ທີ່ຜ່ານມາ ສົ່ງຜົນກະທົບໜັກໜ່ວງໃນ 7 ແຂວງ, 45​ ເມືອງ ກວມເອົາ 1.534 ບ້ານ ມີ 767.771 ຄົນ, ເສຍຊີວິດ 19 ຄົນ, ສູນຫາຍ 1 ຄົນ ຄິດເປັນມູນຄ່າເສຍຫາຍທັງໝົດ 1.458.669.675.328 ກີບ.

ໃນບົດລາຍງານດັ່ງກ່າວ ເພິ່ນໄດ້ໃຫ້ທິດທາງ ຕໍ່ກັບບັນດາມາດຕະການໃນຮັບມື ຫຼາຍອັນ ແຕ່ໃນນັ້ນ ຜູ້ຂຽນຄິດວ່າ ການເຜີຍແຜ່ ກົດໝາຍວ່າດ້ວຍ ການຄຸ້ມຄອງໄພພິບັດ, ສ້າງດຳລັດ ວ່າດ້ວຍ ກອງທຶນຄຸ້ມຄອງ ໄພພິບັດ ໃຫ້ສຳເລັດໂດຍໄວ, ປັບປຸງກົນໄກການຈັດຕັ້ງ ຄະນະກຳມະການຄຸ້ມຄອງໄພພິບັດ ຕາມທີ່ໄດ້ກຳນົດໃນກົດໝາຍວ່າ ດ້ວຍການຄຸ້ມຄອງໄພພິບັດ ແມ່ນບາດກ້າວສຳຄັນທີ່ສຸດ.

ພ້ອມນັ້ນ ການຕິດຕາມເຝົ້າລະວັງ ສະພາບອາກາດ ແລະ ສົ່ງຂ່າວເຕືອນໄພລ່ວງໜ້າໃຫ້ວ່ອງໄວ ເພື່ອສ້າງຄວາມກຽມພ້ອມ ແລະ ຮັບື ກໍເປັນປັດໄຈສຳຄັນທີ່ສຸດ.  ດ້ວຍບົດຮຽນ ທີ່ພວກເຮົາພົບພໍ້ ໃນຊຸມປີຜ່ານມາ ຜູ້ຂຽນກໍເຊື່ອວ່າ ການກຽມພ້ອມ ແລະຮັບມືກັບໄພພິບັດພວກເຮົາຈະໄດ້ ຮັບຜົນດີກວ່າເກົ່າ.