ຝຣັ່ງເສຍຊີວິດຈາກໂຄວິດ-19 ຫລາຍກວ່າ 20 ພັນຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປາຣີສ ປະເທດຝຣັ່ງໃນວັນທີທີ 21 ເມສານີ້ວ່າ: ກະຊວງສາທາລະນະສຸກຝຣັ່ງ ຖະແຫຼງການລາຍງານສະພາບການປະຈຳວັນຂອງໂຄວິດ-19 ວ່າ ຫລ້າສຸດຢືນຢັນຜູ້ເສຍຊີວິດຕື່ມອີກ 547 ຄົນ, ເພີ່ມຈຳນວນຜູ້ເສຍຊີວິດທັງໝົດເປັນ 20.265 ຄົນ ນັບວ່າເປັນປະເທດທີ 4 ແລະ ອັນດັບ 4 ຂອງໂລກ ທີ່ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍກວ່າ 20.000 ຄົນ ຮອງຈາກສະຫະລັດ, ສະເປນ ແລະ ອິດຕາລີ.

ຢ່າງໃດກໍ່ຕາມ, ປະທານາທິບໍດີເອັມມານູເອລ ມາຄຣົງ ໄດ້ປະກາດເມື່ອອາທິດຜ່ານມາວ່າ: ລັດຖະບານຈະເລີ່ມຜ່ອນຜັນບາງມາດຕະການ ຕັ້ງແຕ່ວັນທີ 11 ພຶດສະພາ ແຕ່ການດຳລົງຊີວິດຂອງປະຊາຊົນຍັງບໍ່ສາມາດກັບມາເປັນປົກກະຕິໄດ້ເທື່ອ, ໂດຍໂຮງຮຽນຈະກັບມາເປີດການຮຽນການສອນໃນສະຖາບັນອີກຄັ້ງ ແຕ່ສະຖານທີ່ປະກອບການອື່ນໆຈະພິຈາລະນາເປັນແຕ່ລະກໍລະນີ ໂດຍສະເພາະໂຮງຮູບເງົາ ແລະ ໂຮງລະຄອນເວທີອາດຈະສືບຕໍ່ປິດບໍລິການໄປກ່ອນ ສ່ວນຮ້ານອາຫານແມ່ນບໍລິການແບບຊື້ກັບເມືອກິນຢູ່ເຮືອນເທົ່ານັ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ