ຖອດບົດຮຽນ ‘5 ຈຸດອ່ອນ’ ຕົ້ນເຫດ ສິງກະໂປຄຸມໂຄວິດບໍ່ຢູ່

ສິງກະໂປ ໜຶ່ງໃນປະເທດທີ່ປະສົບຜົນສຳເລັດໄລຍະທຳອິດຂອງສົງຄາມສະກັດໂຄວິດ-19 ຫລັງຢຸດການລະບາດໄດ້ກວ່າ 3 ເດືອນ, ແຕ່ໃນ 2 ອາທິດຜ່ານມາ ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງກ້າວກະໂດດເປັນກວ່າ 8.000 ຄົນ (ນັບຮອດວັນທີ 20 ເມສາ) ໂດຍມີຈຸດອ່ອນສຳຄັນ 5 ຈຸດ ເປັນບົດຮຽນສຳລັບປະເທດອື່ນໆ.
ຂະນະທີ່ ສິງກະໂປກາຍເປັນປະເທດທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລາຍທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ຫລ້າສຸດກະຊວງສາທາລະນະສຸກສິງກະໂປ ຖະແຫລງສະຖານະການໂຄວິດ-19 ໃນຮອບ 24 ຊົ່ວໂມງໃນວັນທີ 20 ເມສາວ່າ: ພົບຜູ້ຕິດເຊື້ອທົ່ວປະເທດຢ່າງໜ້ອຍ 8.014 ຄົນ ຫລັງຢືນຢັນຜູ້ຕິດເຊື້ອໃໝ່ອີກ 1.426 ຄົນ ຖືເປັນສະຖິຕິແຕ່ລະວັນສູງສຸດຄັ້ງໃໝ່.
ທາງການສິງກະໂປ ລະບຸວ່າ: ຜູ້ຕິດເຊື້ອ “ເກືອບທັງໝົດ” ເປັນແຮງງານຕ່າງປະເທດທີ່ອາໄສຢູ່ຢ່າງແອອັດຕາມຫໍພັກ ທີ່ລັດຖະບານສິງກະໂປຂະຫຍາຍຂອບເຂດໃຫ້ເປັນພື້ນທີ່ຄວບຄຸມດ້ານສາທາລະນະສຸກເພີ່ມເປັນຢ່າງໜ້ອຍ 19 ແຫ່ງ ໂດຍຫໍພັກ “S11” ໃນເມືອງປັງໂກລ ທາງຕາເວັນອອກສຽງເໜືອຂອງປະເທດ ຄືສະຖນທີ່ທີ່ມີການແຜ່ລະບາດເປັນກຸ່ມຂະໜາດໃຫຍ່ທີ່ສຸດ ໂດຍພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 1.508 ຄົນ.
ຂະນະທີ່ຜູ້ເສຍຊີວິດຈາກໂຄວິດ-19 ຢູ່ສິງກະໂປ ຍັງມີຢ່າງໜ້ອຍ 11 ຄົນ ມີຄົນຕ່າງປະເທດລວມຢູ່ນຳ. ຂະນະທີ່ຜູ້ໄດ້ຮັບການປິ່ນປົວຫາຍດີແລ້ວມີຢ່າງໜ້ອຍ 768 ຄົນ.
ປັດຈຸບັນ ສິງກະໂປຢູ່ພາຍໃຕ້ມາດຕະການຈຳກັດການເຄື່ອນໄຫວທາງສັງຄົມ “ເຊີກິດ ເບຣກເກີ” ເປັນເວລາ 1 ເດືອນ ນັບແຕ່ວັນທີ 7 ເມສາຜ່ານມາ ຈົນເຖິງວັນທີ 4 ພຶດສະພານີ້ ແລະ ຈາກສະຖານະການທີ່ບໍ່ຄ່ອຍດີຢູ່ສິງກະໂປ, ສຳນັກຂ່າວຕ່າງປະເທດ ລວມທັງ BBC ແລະ ສເຕຣດທາມ ຈຶ່ງໄດ້ວິເຄາະ “5 ຈຸດອ່ອນສຳຄັນ” ທີ່ເຮັດໃຫ້ສິງກະໂປລົ້ມເຫລວໃນການຄວບຄຸມການລະບາດຂອງໂຄວິດ-19 ໄລຍະຫລັງ ເຖິງວ່າຢູ່ໃນໄລຍະລັອກດາວທົ່ວປະເທດ ແລະ ອາດຈະເປັນບົດຮຽນໃຫ້ປະເທດອື່ນໆ.
- ຫໍພັກແຮງງານຄົນຕ່າງປະເທດ
ສິງກະໂປມີພະນັກງານຄົນຕ່າງປະເທດ 1,4 ລ້ານຄົນ ທັງວິຊາຊີບຊັ້ນສູງ ແລະ ຜູ້ໃຊ້ແຮງງານ ໂດຍເປັນຄົນເຮັດວຽກກໍ່ສ້າງ 2,84 ແສນຄົນ ແລະ ເປັນແມ່ເຮືອນ 2,55 ແສນຄົນ. ແຮງງານຄົນຕ່າງປະເທດພັກຢູ່ຫໍພັກ ເຊິ່ງຢູ່ແບບແອອັດ ຜູ້ຕິດເຊື້ອກວ່າເຄິ່ງໜຶ່ງຂອງປະເທດເປັນກຸ່ມທີ່ພັກຢູ່ໃນຫໍພັກເຫລົ່ານີ້ ໂດຍຫໍພັກທີ່ພົບຜູ້ຕິດເຊື້ອຫລາຍທີ່ສຸດຄື S11 ມີຜູ້ຕິດເຊື້ອ 1.508 ຄົນ.
ກະຊວງຊັບພະຍາກອນມະນຸດ ແລະ ສຳນັກງານຄວບຄຸມອາຄານ ແລະ ກໍ່ສ້າງສິງກະໂປ ຖະແຫລງຮ່ວມກັນວັນທີ 20 ເມສາວ່າ: ໃຫ້ແຮງງານຕ່າງປະເທດທີ່ຖືໃບອະນຸຍາດເຮັດວຽກໃນຂະແໜງກໍ່ສ້າງ ແລະ ຜູ້ຖືໃບອະນຸຍາດ “S Pass” ສຳລັບແຮງງານທັກສະຝີມືປານກາງໃນຂະແໜງດຽວກັນ ກັກຕົວເປັນເວລາ 14 ວັນ ເພື່ອການເຝົ້າລະວັງດ້ານສາທາລະນະສຸກ.
- ຄົນບໍ່ສົນໃຈ Social Distancing
ກ່ອນໜ້ານີ້ ມີຊາວສິງກະໂປກັບມາຈາກຕ່າງປະເທດໃນໄລຍະຫລັງເປັນຈຳນວນຫລາຍ ລັດຖະບານຂໍການຮ່ວມມືໃຫ້ກຸ່ມນີ້ກັກຕົນເອງຢູ່ເຮືອນ ເປັນເວລາ 14 ວັນ (ປະເມີນວ່າອາດຈະມີຜູ້ຕິດເຊື້ອຫລຸດເຂົ້າມາຢ່າງໜ້ອຍ 500 ຄົນທີ່ກວດບໍ່ພົບຕອນທີ່ເຂົ້າປະເທດ).
ເຖິງຢ່າງໃດກໍຕາມ ລະຫວ່າງກັກຕົນເອງຢູ່ເຮືອນ ຄົນຈຳນວນໜຶ່ງບໍ່ໄດ້ເຂັ້ມງວດພຽງພໍ ມີການສຳຜັດໃກ້ຊິດກັບຄົນພາຍໃນເຮືອນ ເຮັດໃຫ້ແຜ່ຕໍ່ພາຍໃນເຮືອນ ຫລື ໃນຄອບຄົວ ແລ້ວກະຈາຍໄປໃຫ້ຄົນອື່ນຕໍ່ໄປອີກໃນເວລາຕໍ່ມາ. ຈາກນັ້ນ ລັດຖະບານຈຶ່ງຕ້ອງປັບນະໂຍບາຍໃຫ້ກັກຕົວໃນສະຖານທີ່ທີ່ລັດກຳນົດ ຫລື ຈັດໄວ້ໃຫ້.
ຂະນະດຽວກັນ ການບໍ່ປະຕິບັດຕາມມາດຕະການເວັ້ນໄລຍະຫ່າງທາງສັງຄົມ (social distancing) ແລະ ຢູ່ລວມກຸ່ມກັນ ຫລື ມີກິດຈະກຳຢ່າງໃກ້ຊິດ ອາດເຮັດໃຫ້ເກີດເຫດການ “Super spreader” ທີ່ນຳໄປສູ່ການຕິດເຊື້ອຈຳນວນຫລາຍເຊັ່ນ: ງານລ້ຽງອາຫານຄໍ່າໃນເມືອງຈູຣົງ ເຊິ່ງເຮັດໃຫ້ມີຜູ້ຕິດເຊື້ອຫລາຍກວ່າ 40 ຄົນໃນງານດຽວ.
ລັດຖະບານຕ້ອງແນະນຳໃຫ້ມີກິດຈະກຳທາງສັງຄົມສະເພາະກັບສະມາຊິກໃນຄອບຄົວທີ່ອາໄສຢູ່ໃນເຮືອນດຽວກັນເທົ່ານັ້ນ ລວມທັງຫລີກເວັ້ນກິດຈະກຳທາງສັງຄົມທັງໃນ ແລະ ນອກເຮືອນເຊັ່ນ: ຮັບປະທານອາຫານກັບຄົນທີ່ບໍ່ໄດ້ຢູ່ເຮືອນດຽວກັນ ຫລື ພົບປະໝູ່ເພື່ອນໃນບ່ອນສາທາລະນະ ແລະ ຄວນຢູ່ເຮືອນໃຫ້ຫລາຍທີ່ສຸດເພື່ອຫລຸດຄວາມສ່ຽງຂອງການຕິດເຊື້ອ.
ນອກຈາກນີ້ ຊາວສິງກະໂປບາງສ່ວນຍັງອອກຈາກເຮືອນໂດຍບໍ່ຈຳເປັນ ຫລື ບໍ່ໃສ່ຜ້າອັດປາກເມື່ອອອກໄປທາງນອກ ມີຄວາມສ່ຽງຫລາຍ ໂດຍສະເພາະຜູ້ຕິດເຊື້ອທີ່ບໍ່ມີອາການ ຫລື ມີອາການແຕ່ບໍ່ຮຸນແຮງ ເພາະສາມາດແຜ່ເຊື້ອໄປໃຫ້ຜູ້ອື່ນ.
ດ້ວຍເຫດນີ້ ລັດຖະບານສິງກະໂປຈຶ່ງຕ້ອງໃຊ້ເຈົ້າໜ້າທີ່ 3.000 ກວ່າຄົນມາເຝົ້າຕິດຕາມ ແລະ ກວດກາປະຊາຊົນໃຫ້ປະຕິບັດຕາມມາດຕະການ ມີການອອກຄຳເຕືອນຫລາຍກວ່າ 6.200 ຄັ້ງ ແລະ ປັບໄໝຫລາຍກວ່າ 1.000 ຄັ້ງ ນັບແຕ່ເລີ່ມປະກາດໃຊ້ມາດຕະການ.
- ເຮືອນພັກຜູ້ອາຍຸສູງ
ຜູ້ອາຍຸສູງມີຄວາມສ່ຽງສູງທີ່ຈະປ່ວຍໜັກ ໂດຍຜູ້ເສຍຊີວິດທັງ 10 ຄົນຢູ່ສິງກະໂປມີອາຍຸຫລາຍກວ່າ 60 ປີ. ເຮືອນພັກຜູ້ອາຍຸສູງ “ລີ ອາ ມຸຍ” (Lee Ah Mooi) ພົບຜູ້ຕິດເຊື້ອ 16 ຄົນ ແລະ ມີຜູ້ເສຍຊີວິດ 2 ຄົນ ທັງສອງເປັນຜູ້ຍິງອາຍຸ 86 ປີ.
- ສູນລ້ຽງເດັກ/ໂຮງຮຽນອະນຸບານ
ຂໍ້ມູນຂອງກະຊວງສາທາລະນະສຸກສິງກະໂປພົບວ່າ: ເດັກຈຳນວນຫລາຍເປັນພາຫະຂອງໂຣກທີ່ບໍ່ສະແດງອາການ ແລະ ອາດຕິດເຊື້ອຈາກ ຫລື ໄປສູ່ຜູ້ອາຍຸສູງໃນຄອບຄົວໂດຍບໍ່ຮູ້ຕົວ ມີຜູ້ຕິດເຊື້ອ 30 ຄົນທີ່ພົບຈາກສູນລ້ຽງເດັກຢ່າງໜ້ອຍ 2 ແຫ່ງ ແລະ ອີກ 10 ຄົນພົບຈາກສູນລ້ຽງເດັກຢ່າງໜ້ອຍ 10 ແຫ່ງ ໂດຍມີທັງເຈົ້າໜ້າທີ່, ເດັກນ້ອຍ ແລະ ສະມາຊິກໃນຄອບຄົວ ໂດຍໃນ 40 ຄົນທີ່ພົບເປັນເດັກນ້ອຍ 8 ຄົນ ແລະ ຜູ້ໃຫຍ່ 32 ຄົນ. ກຸ່ມທີ່ໃຫຍ່ທີ່ສຸດຄືສູນ “ສະປາກເກິລທ໊ອດ” (Sparkletots) ພົບຜູ້ຕິດເຊື້ອ 27 ຄົນ ໂດຍເປັນເດັກນ້ອຍ 4 ຄົນ ແລະ ເປັນຜູ້ໃຫຍ່ 23 ຄົນ. ນັບແຕ່ວັນທີ 8 ເມສາ 2020 ສູນລ້ຽງເດັກນ້ອຍໄດ້ໂຈະໃຫ້ບໍລິການ ເວັ້ນແຕ່ກໍລະນີຜູ້ປົກຄອງທີ່ມີຄວາມຈຳເປັນ ແລະ ບໍ່ສາມາດຫາວິທີເບິ່ງແຍງເດັກດ້ວຍວິທີອື່ນໄດ້.
- ສະຖານທີ່ເຮັດວຽກ
ເຖິງວ່າລັດຖະບານປະກາດໃຊ້ມາດຕະການລັອກດາວແລ້ວ ແຕ່ປະມານ 20% ຂອງພະນັກງານຢູ່ສິງກະໂປທີ່ເຮັດວຽກໃນທຸລະກິດທີ່ຈຳເປັນເຊັ່ນ: ບໍລິການສາທາລະນະສຸກ ແລະ ສັງຄົມ, ການຂົນສົ່ງ, ອາຫານ ແລະ ທະນາຄານ ແລະ ການເງິນ ຍັງຕ້ອງເຮັດວຽກຢ່າງຕໍ່ເນື່ອງ ບໍ່ໄດ້ເຮັດວຽກຈາກເຮືອນ ຫລື ພັກວຽກຊົ່ວຄາວຄືກັບທຸລະກິດສ່ວນຫລາຍ.
ຂະນະທີ່ລັດຖະບານພະຍາຍາມຈະຫລຸດຈຳນວນກິດຈະການທີ່ຖືວ່າຍັງມີຄວາມຈຳເປັນລົງໄປອີກ ເພື່ອໃຫ້ປະຊາຊົນສ່ວນຫລາຍຢູ່ເຮືອນ ເພື່ອຄວບຄຸມການແຜ່ກະຈາຍຂອງໂຄວິດ-19 ໄດ້ດີຍິ່ງຂຶ້ນ.
ສະຖານທີ່ເຮັດວຽກທີ່ໄດ້ຮັບອະນຸຍາດໃຫ້ເປີດກິດຈະການໄດ້ ຕ້ອງມີມາດຕະການເບິ່ງແຍງ ແລະ ລະມັດລະວັງຫລາຍເຊັ່ນ: ຕ້ອງໃຫ້ພະນັກງານໃສ່ຜ້າອັດປາກ, ຈັດໂຕະເຮັດວຽກໃຫ້ຫ່າງກັນຢ່າງໜ້ອຍ 1 ແມັດ ແລະ ຮັບປະທານອາຫານແຍກຈາກຜູ້ອື່ນ.

