ອາກຊັງຕິນ ເລັ່ງສ້າງໂຮງໝໍຮອງຮັບຜູ້ຕິດເຊື້ອໂຄວິດທີ່ມີອາການດີຂື້ນ

ຕາມແຫລ່ງຂ່າວອາກຊັງຕິນໃຫ້ຮູ້ວ່າ: ວັນທີ 18 ເມສານີ້, ອາກຊັງຕິນເລັ່ງສ້າງ ໂຮງໝໍສະໜາມໃນນະຄອນຫລວງເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ຈາກໂຮງໝໍໃຫຍ່ເຊິ່ງມີອາການດີຂື້ນ. ໂຮງໝໍສະໜາມ ແຫ່ງນີ້ສາມາດຮອງຮັບຜູ້ຕິດເຊື້ອປະມານ 2.500 ຕຽງ ແລະ ມີແພດ 1 ຄົນໃນການ ເບິ່ງແຍງດູແລຜູ້ຕິດເຊື້ອ 150 ຄົນ, ຖ້າຫາກຜູ້ໃດ ມີອາການໜັກຈະສົ່ງ ກັບໄປ ປິ່ນປົວຢູ່ໂຮງໝໍໃຫຍ່, ຄາດວ່າໂຮງໝໍ ສະໜາມແຫ່ງນີ້ຈະເລີ່ມເປີດໃຊ້ໃນໄວໆ ນີ້. ປັດຈຸບັນ,ອາກຊັງຕິນມີຜູ້ຕິດເຊື້ອ 2.758 ຄົນ ແລະ ເສຍຊີວິດ 129 ຄົນ.
