ດີໃຈລາວເຮົາບໍ່ມີຜູ້ຕິດເຊື້ອ 5 ວັນຕິດຕໍ່ກັນ

ໂດຍ: ລູກເມືອງພວນ

ໃຜໆກໍຄົງດີໃຈ, ໃນເມື່ອລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເປັນ 5 ວັນຕິດຕໍ່ກັນແລ້ວ ແລະຍັງສາມາດປິ່ນປົວດີ 2 ຄົນທີ່ ໄດ້ອອກໂຮງໝໍໄປແລ້ວ.

ຜູ້ປະຈຳການຂອງຄະນະສະເພາະກິດລາຍງານໃນວັນທີ 14 ເມສາ ໃຫ້ຮູ້ວ່າ: ຕັ້ງແຕ່ວັນທີ 13-14 ໄດ້ເກັບຕົວຢ່າງໄປກວດທັງໝົດ 30 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ສິດຜູ້ຕິດເຊື້ອ 1 ຄົນ, ກໍລະນີມີອາການສົງໄສ 29 ຄົນ. ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ນັບແຕ່ວັນທີ 23 ມີນາ-14 ເມສາ ມີຜູ້ສຳຜັດໃກ້ສິດກັບກໍລະນີຕິດເຊື້ອທັງໝົດ 488 ຄົນ, ໃນນັ້ນໝົດກຳນົດຕິດຕາມແລ້ວ 417 ຄົນ ແລະ ຍັງສືບຕໍ່ຕິດຕາມຢູ່ 71 ຄົນ. ມາຮອດວັນທີ 15 ເມສານີ້, ຍັງມີຜູ້ກັກກັນຕົນເອງຢູ່ໃນ 1.929 ສູນທົ່ວປະເທດ ແລະ ມີຜູ້ກັກກັນທັງໝົດ 29.161 ຄົນ.

ເປັນອັນວ່າ  ນັບແຕ່ວັນທີ 13 ເມສາມາເຖິງວັນທີ 17 ເມສານີ້ ຍັງບໍ່ພົບຜູ້ຕິດເຊື້ອລາຍໃຫມ່ໃດໆ.  ພວກເຮົາສູດແສນດີໃຈ ແລະ ກໍຂໍພາວັນນາຢ່າໃຫ້ມີຜູ້ຕິດເຊື້ອເພີ່ມອີກ. ພ້ອມນີ້ກໍຂໍຊົມເຊີຍມາດຕະການທີ່ເຂັ້ມງວດຂອງລັດຖະບານ, ຂໍຂອບໃຈນຳວົງການແພດລາວ ທີ່ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ, ເຖິງຈະມີຄວາມສ່ຽງຕໍ່ຊີວິດກໍຕາມ. ສູ້ສູ້ ! ພວກເຮົາຂໍເປັນກຳລັງໃຈໃຫ້ພວກທ່ານ. ພວກເຮົາປະຊາຊົນຈະຢູ່ບ້ານ ເພື່ອທ່ານບໍ່ໃຫ້ລຳບາກໄປກວ່ານີ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ