ໂຄວິດ-19 ດຶງເສດຖະກິດອາຊີເຕີບໃຫຍ່ 0% ຄັ້ງທຳອິດໃນຮອບ 60 ປີ

IMF ຄາດຄະເນເສດຖະກິດອາຊີ ແລະ ປາຊີຟິກເຕີບໃຫຍ່ຕໍ່າສຸດໃນຮອບ 6 ທົດສະວັດ ເຫລືອພຽງ 0% ເນື່ອງຈາກວິກິດການແຜ່ລະບາດຂອງໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນການເງິນສາກົນ (IMF) ປະຈຳພາກພື້ນອາຊີ ແລະ ປາຊີຟິກ ອອກຖະແຫລງການໃນວັນທີ 16 ເມສາ ກ່ຽວກັບສະຖານະການທາງເສດຖະກິດໃນພາກພື້ນວ່າ: ທ່າມກາງວິກິດໂຣກລະບາດໂຄວິດ-19 ເປັນໄລຍະເວລາແຫ່ງຄວາມບໍ່ແນ່ນອນ ແລະ ຄວາມທ້າທາຍຂອງລະບົບເສດຖະກິດໂລກ, ຜົນກະທົບທີ່ເກີດຂຶ້ນຮ້າຍແຮງ, ຄວບຄຸມທຸກມິຕິ ແລະ ຮຸນແຮງໃນແບບບໍ່ເຄີຍເກີດຂຶ້ນມາກ່ອນ.
ແນ່ນອນວ່າໄລຍະເວລາດັ່ງກ່າວຍາກທີ່ຈະມີທຸລະກິດໃດດຳເນີນການຕາມປົກກະຕິໄດ້ ດ້ວຍເຫດນີ້ທຸກປະເທດຕ້ອງມີກົນໄກດ້ານນະໂຍບາຍທີ່ແຂງແຮງ ແລະ ມີປະສິດທິພາບ. ທັງນີ້ IMF ຄາດຄະເນອັດຕາການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນອາຊີ ແລະ ປາຊີຟິກຈະເຕີບໃຫຍ່ໃນລະດັບ 0% ເປັນຄັ້ງທຳອິດໃນຮອບເກືອບ 60 ປີ ຖືວ່າຮ້າຍແຮງຫລາຍ “ແຕ່ຫລີກລ່ຽງບໍ່ໄດ້” ເມື່ອທຽບໃສ່ອັດຕາສະເລ່ຍການເຕີບໃຫຍ່ທາງເສດຖະກິດໃນພາກພື້ນ ເຊິ່ງຂະຫຍາຍຕົວໃນລະດັບ 4,7% ເມື່ອໄລຍະວິກິດການເງິນໂລກ ລະຫວ່າງທ້າຍປີ 2007 ຫາຕົ້ນປີ 2008 ແລະ ອັດຕາການເຕີບໃຫຍ່ໃນລະດັບ 1,3% ໃນໄລຍະວິກິດຕົ້ມຍຳກຸ້ງ.

ເຖິງຢ່າງໃດກໍຕາມ, ຖ້າທຸກປະເທດໃນພາກພື້ນມີມາດຕະການຟື້ນຟູທາງເສດຖະກິດທີ່ແຂງແຮງ ແລະ ສາມາດດຳເນີນການໄດ້ຢ່າງເປັນຂັ້ນຕອນ ແລະ ມີປະສິດທິພາບ ເສດຖະກິດໃນພາກພື້ນສາມາດກັບມາເຕີບໃຫຍ່ໄດ້ໃນອັດຕາ 7,6% ໃນປີໜ້າ.
ທັງນີ້ ຖ້າຈຳແນກອອກເປັນແຕ່ລະປະເທດ IMF ຄາດຄະເນທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດຈີນໄວ້ໃນລະດັບ 1,2% ໃນປີນີ້ ຫລຸດລົງຈາກການຄາດຄະເນ 6,0% ໃນຕົ້ນປີນີ້ ເນື່ອງຈາກວິກິດໂຣກລະບາດສົ່ງຜົນກະທົບຢ່າງໜັກຕໍ່ກິດຈະກຳທາງເສດຖະກິດ ແລະ ຮູບແບບການດຳເນີນຊີວິດຂອງຜູ້ບໍລິໂພກທີ່ຕ້ອງປ່ຽນແປງ ພາຍໃຕ້ມາດຕະການຮັກສາໄລຍະຫ່າງທາງສັງຄົມ. ສະນັ້ນ ກິດຈະກຳທາງເສດຖະກິດມີທ່າອ່ຽງເພີ່ມຂຶ້ນໃນທ້າຍປີນີ້ ແລະ ກັບມາເຕີບໃຫຍ່ອີກໃນລະດັບ 9,2% ໃນປີໜ້າ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ