ລັດຖະບານອອກແຈ້ງການແນະນຳເພີ່ມເຕີມເນັ້ນການປະຕິບັດຄຳສັ່ງ 06 ຂອງນາຍົກຫລັງຈາກຍືດເວລາອອກໄປອີກ 14 ວັນ

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19ຍັງສືບຕໍ່ເພີ່ມຂຶ້ນຢູ່ຫລາຍປະເທດໃນໂລກ ແລະ ລາວເຮົາກໍຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍເປັນຈຳນວນບໍ່ຫນ້ອຍ.ສະນັ້ນລັດຖະບານຈິ່ງໄດ້ຕົກລົງຊີ້ນຳເພີ່ມເຕີມຕື່ມອີກຄື:

1:ເຫັນດີໃຫ້ຕໍ່ເວລາໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ06ຂອງນາຍົກລັດຖະມົນຕີໃນການປ້ອງກັນສະກັດກັ້ນ ແລະ ແກ້ໄຂການລະບາດຂອງໂຄວິດ-19 ອອກໄປເປັນເວລາ 14ວັນຄືຮອດວັນທີ 3 ພຶດສະພາທີ່ຈະມາເຖິງ ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

2: ກ່ຽວກັບໄລຍະເວລາເປີດໂຮງຮຽນນັ້ນໃຫ້ລໍຖ້າການປະເມີນສະພາບການລະບາດຂອງພະຍາດຫລັງຕໍ່ເວລາຄຳສັ່ງນາຍົກໄປຕື່ມອີກ 14 ວັນກ່ອນ, ຈິ່ງຈະປະເມີນເບິ່ງວ່າຈະເປີດຮຽນໄດ້ຫລືບໍ ແລະ ຈະບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອບໍ, ເພື່ອສ້າງຄວາມຫມັ້ນໃຈ ແລະ ຄວາມອຸ່ນອຽນໃຈຂອງນັກຮຽນ, ກໍຄືພໍ່ແມ່ຜູ້ປົກຄອງ.

3: ສຳລັບການປະຕິບັດຫນ້າທີ່ ແລະ ປະຈຳການຂອງພະນັກງານລັດຖະກອນແມ່ນໃຫ້ສືບຕໍ່ຈຳກັດຈຳນວນພະນັກງານໄປປະຈຳການຢູ່ສຳນັກງານອົງການດັ່ງຜ່ານມາ ແລະ ຢູ່ເຮືອນເຮັດວຽກຜ່ານລະບົບອອນລາຍ, ຫ້າມສວຍໂອກາດໄປເຮັດວຽກອື່ນຢ່າງເດັດຂາດ.

4: ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການຕ່າງໆຂອງຄຳສັ່ງ06|ນຍ, ໂດຍສະເພາະແມ່ນຫ້າມອອກຈາກເຮືອນ ແລະບ່ອນພັກອາໄສ, ຫ້າມໄປເຂດທີ່ມີຄວາມສ່ຽງໃນການຕິດເຊື້ອ, ສ່ວນການໄປທຳມາຫາກິນແມ່ນໄດ້, ແຕ່ໃຫ້ອຳນາດການປົກຄອງຄຸ້ມຄອງເພື່ອຫລີກລຽງຄວາມສ່ຽງໃນການຕິດເຊື້ອ ແລະ ຫ້າມຊຸມແຊວທີ່ມີຈຳນວນເກີນ 10ຄົນຂຶ້ນໄປ ແລະການຈັດງານ ທຸກປະເພດ.

5: ໃຫ້ທຸກຂະແຫນງການ ແລະ ທ້ອງຖິ່ນເອົາໃຈໃສ່ເປັນພິເສດຂອງການຈັດຕັ້ງປະຕິບັດວຽກງານຈຳນວນຫນຶ່ງຕາມທີ່ໄດ້ລະບຸໄວ້ໃນຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ນິຕິກຳແນະນຳຂອງຄະນະສະເພາະກິດ ແລະ ຂະແຫນງການກ່ຽວຂ້ອງວາງອອກໃນຜ່ານມາເຊັ່ນ:ວຽກງານຄຸ້ມຄອງລາຄາສິນຄ້າ, ວຽກງານສົ່ງເສີມການຜະລິດກະສິກຳ, ໂດຍສະເພາະການຜະລິດສະບຽງອາຫານ, ວຽກງານຂົນສົ່ງສິນຄ້າ, ວຽກງານຄຸ້ມຄອງແຮງງານກັບຈາກຕ່າງປະເທດ ແລະ ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເພື່ອຕອບໂຕ້ ແລະ ຕີຖອຍຂ່າວລືອະກຸສົນ ແລະຂ່າວປັ້ນປ່ວນອື່ນໆ.

6: ກ່ຽວກັບການຮັບເອົາເຄື່ອງຊ່ວຍເຫລືອຈາກຕ່າງປະເທດນັ້ນແມ່ນໃຫ້ຄະນະສະເພາະກິດ ແລະ ຂະແຫນງການກ່ຽວຂ້ອງສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງລັດຖະບານ

7: ເຫັນດີໃຫ້ມີການໂຍະຍານບາງມາດຕະການທີ່ຕິດພັນກັບການເຄື່ອນໄຫວຂອງພາກທຸລະກິດ, ໂດຍສະເພາະແມ່ນບັນດາໂຄງການຫລືກິດຈະການທີ່ມີຄວາມຈຳເປັນຈຳນວນຫນຶ່ງ, ແຕ່ຕ້ອງມີການຄຸມເຂັ້ມກ່ຽວກັບໂຄວິດ -19.

8: ເຫັນດີໃຫ້ປະຕິບັດນະໂຍບາຍເງິນອູດຫນູນພະນັກງານແພດຫມໍ, ເຈົ້າຫນ້າທີ່ ປກສ-ປກຊ ແລະ ພະນັກງານລັດຖະກອນທີ່ປະຕິບັດຫນ້າທີ່ຕົວຈິງໃນການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດໂຄວິດ-19 ,ຕາມຄວາມເຫມາະສົມ ແລະ ສອດຄ່ອງກັບລະບຽບການເພື່ອເປັນກຳລັງໃຈໃຫ້ແກ່ບຸກຄົນເຫລົ່ານັ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ