ຜູ້ນຳອາຊຽນ ເຫັນດີສືບຕໍ່ຮ່ວມມືກັນ ໃນການຮັບມືກັບພະຍາດໂຄວິດ-19

ບັນດາຜູ້ນຳ 10 ປະເທດສະມາຊິກອາຊຽນ ໄດ້ເຫັນດີສືບຕໍ່ຮ່ວມມືກັນໃນວຽກງານສຳຄັນຕ່າງໆ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະເຫັນດີສືບຕໍ່ໃນການແລກ ປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນອັນດີ ກ່ຽວກັບມາດຕະການໃນການສະກັດກັ້ນ, ຄວບຄຸມ, ປິ່ນປົວ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ເຫັນດີໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ.

ການຕົກລົງສືບຕໍ່ຮ່ວມມືດັ່ງກ່າວ ໄດ້ມີຂຶ້ນໃນກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດ ຂອງຜູ້ນຳອາຊຽນ ກ່ຽວກັບການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນໃນເຊົ້າວັນທີ 14 ເມສານີ້. ບັນດາຜູ້ນຳ ໄດ້ພ້ອມກັນເຫັນດີຕໍ່ຂໍ້ສະເໜີ ສ້າງກອງທຶນສຸກເສີນເພື່ອຮັບມືກັບພະຍາດໂຄວິດ-19, ການສ້າງຄັງແຮສຸກເສີນອຸປະກອນ ແລະ ເຄື່ອງມີການແພດທີ່ຈຳເປັນ, ການຮັກ ສາການສະໜອງແບບຕ່ອງໂສ້ ດ້ານຄົມມະນາຄົມຂົນສົ່ງ, ການບໍລິການ ແລະ ການສະໜອງສິນຄ້າອຸ ປະໂພກ-ບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈຳເປັນ. ໃນຂະນະດຽວກັນ ກໍເຫັນດີຮ່ວມມືກັນເພືອສະກັດກັ້ນ ແລະ ຫລີກລ້ຽງຂ່າວປອມ ຫລື ຂ່າວທີ່ບໍ່ມີມູນຄວາມຈິງ ເຊິ່ງຈະເຮັດໃຫ້ມີການແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນ.

ນອກຈາກນັ້ນ, ຍັງໄດ້ເຫັນດີຮ່ວມກັນໃນການວາງແຜນຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຄືນໃໝ່ ພາຍຫລັງສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ