WHO ເຕືອນຍົກເລີກລັອກດາວໄວເກີນໄປ ອັດຕາການເສຍຊີວິດຈະເພີ່ມຂຶ້ນ

WHO ເຕືອນຍົກເລີກລັອກດາວໄວເກີນໄປອັດຕາການເສຍຊີວິດຈະເພີ່ມຂຶ້ນ ຫລັງແອັດສະປາຍ ປະເທດທີ່ພົບການລະບາດໜັກອັນດັບ 2 ຮອງຈາກອາເມລິກາ ຫາກໍປະກາດຫລຸດຜ່ອນມາດຕະການຄວບຄຸມການແຜ່ລະບາດຂອງໂຄວິດ-19 ໃນປະເທດ.
ທ່ານ ໝໍ ທີໂດສ ອັດຮານອມ ກິບຣີເຢຊຸສ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ກ່າວວ່າ: ການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ໄດ້ເລີ່ມຢຸດລົງໃນຫລາຍປະເທດຢູ່ເອີຣົບທີ່ເຄີຍໄດ້ຮັບຜົນກະທົບຢ່າງໜັກເຊັ່ນ: ແອັດສະປາຍ, ອິຕາລີ, ເຢຍລະມັນ ແລະ ຝຣັ່ງ, ພ້ອມທັງເຕືອນວ່າ: ການຍົກເລີກຄຳສັ່ງລັອກດາວໄວເກີນໄປ ຈະເຮັດໃຫ້ອັດຕາການເສຍຊີວິດກັບມາເພີ່ມຂຶ້ນອີກ.
ທ່ານ ໝໍ ທີໂດສ ລະບຸວ່າ: ກ່ອນຈະມີການຫລຸດຜ່ອນຄຳສັ່ງຮັກສາໄລຍະຫ່າງທາງສັງຄົມ ທຸກປະເທດຈະຕ້ອງພິຈາລະນາວ່າການແຜ່ລະບາດຂອງໄວຣັສໄດ້ຖືກຄວບຄຸມແລ້ວ ຫລື ບໍ່ ແລະ ປະເທດມີການໃຫ້ບໍລິການທາງແພດຢ່າງພຽງພໍ ຫລື ບໍ່.
ຄຳເວົ້າຂອງຜູ້ອຳນວຍການ WHO ມີຂຶ້ນຫລັງຈາກທາງການແອັດສະປາຍ ປະເທດທີ່ພົບການລະບາດໜັກອັນດັບ 2 ຮອງຈາກອາເມລິກາ ຫາກໍປະກາດຫລຸດຜ່ອນມາດຕະການຄວບຄຸມການແຜ່ລະບາດຂອງໂຄວິດ-19 ໃນປະເທດ ໂດຍການໃຫ້ພະນັກງານໃນສາຍງານທີ່ບໍ່ມີຄວາມຈຳເປັນກັບມາເຮັດວຽກໄດ້ບາງສ່ວນເຊັ່ນ: ອຸດສາຫະກຳກໍ່ສ້າງ ແລະ ໂຮງງານ ກັບມາເຮັດວຽກໄດ້ໃນວັນທີ 13 ເມສານີ້ ຫລັງຈາກແອັດສະປາຍ ຢືນຢັນວ່າມີຜູ້ເສຍຊີວິດຕໍ່າທີ່ສຸດໃນຮອບກວ່າ 2 ອາທິດໃນວັນທີ 10 ເມສາ ຄື 605 ຄົນໃນ 1 ວັນ.
ນອກຈາກນີ້ ຜູ້ອຳນວຍການໃຫຍ່ຂອງ WHO ຍັງສະແດງຄວາມກັງວົນກ່ຽວກັບການທີ່ບຸກຄະລາກອນດ້ານສາທາລະນະສຸກທົ່ວໂລກຕິດເຊື້ອໄວຣັສໂຄວິດ-19 ຈຳນວນຫລາຍ ໂດຍຢູ່ບາງປະເທດມີລາຍງານວ່າບຸກຄະລາກອນດ້ານສາທາລະນະສຸກຕິດເຊື້ອໄວຣັສໂຄວິດ-19 ສູງເຖິງ 10%.

