ເຈົ້າຮູ້ແລ້ວບໍ? ເວລາໃດຜູ້ປ່ວຍ ຈຶ່ງຈະໄດ້ອອກໂຮງໝໍ?

ໂດຍ: ລູກເມືອງພວນ

ຜູ້ຕິດເຊື້ອ ໂຄວິດ-19 ຈະໄດ້ອອກໂຮງໝໍກໍຕໍ່ເມື່ອຄົບ 3 ເງື່ອນໄຂລຸ່ມນີ້:

  • ເຊົາໄຂ້ໄດ້ 3 ວັນ
  • ອາການດີຂື້ນ ແລະ ກັບສູ່ສະພາບເດີມ, ບັນດາອະໄວຍະວະໃນຮ່າງກາຍເຮັດວຽກເປັນປົກກະຕິ, ການກວດເລືອດແມ່ນຢູ່ໃນສະພາບປົກກະຕິ, ປອດໄດ້ຮັບການຟື້ນຟູໃຫ້ດີຂື້ນ.
  • ຢ່າງໜ້ອຍຕ້ອງມີການກວດຫາເຊື້ອ 2 ຢ່າງຄື: ທ້ອງບິດ ແລະ ຮູຄໍ ເຊິ່ງຈະເອົາຕົວຢ່າງທັງສອງນີ້ຫ່າງກັນ 24 ຊົ່ວໂມງ ແລະ ບໍ່ມີຜົນລົບ.

    ພາຍຫຼັງອອກຈາກໂຮງໝໍແລ້ວ, ຜູ້ປ່ວຍຍັງຈະສືບຕໍ່ກັກຕົວຢູ່ໃນເຮືອນອີກເປັນເວລາ 14 ວັນ ແລະຕ້ອງໄດ້ລາຍງານໃຫ້ສູນຄວບຄຸມພະຍາດໃນທ້ອງຖິ່ນ, ພາກສ່ວນທ່ານໝໍ ແລະ ອຳນາດການປົກຄອງທ້ອງຖິ່ນຮັບຊາບເພື່ອຕິດຕາມຜູ້ທີ່ອອກໂຮງໝໍນັ້ນຕໍ່ໄປ. ຜູ້ປ່ວຍຄວນຢູ່ໃນຫ້ອງສະເພາະທີ່ມີອາກາດປອກໂປ່ງ, ໃສ່ໜ້າກາກອານາໄມ, ລ້າງມືກ່ອນຮັບປະມານອາຫານ, ຫຼຸດຜ່ອນການໃກ້ສິດຕິດແທດກັບສະມາຊິກໃນຄອບຄົວ, ວັດແທກອຸນຫະພູມຮ່າງກາຍ 2 ຄັ້ງ/ວັນ. ກໍລະນີອຸນຫະພູມສູງກວ່າ 35,7 ອົງສາ C ສອງຄັ້ງຕິດຕໍ່ກັນ ຫຼື ໃນກໍລະນີມີອາການຜິດປົກກະຕິ, ຜູ້ປ່ວຍຈະຕ້ອງໄດ້ໄປກວດນຳແພດໝໍທັນທີ.

ພາຍຫຼັງປິ່ນປົວດີແລ້ວຈະກັບຄືນຕິດເຊື້ອໄດ້ບໍ່?

ມາເຖິງປະຈຸບັນຍັງບໍ່ທັນມີຜົນງານຄົ້ນຄວ້າ ແລະ ຮັບຮອງທາງວິທະຍາສາດໃດໆຕໍ່ກັບການກັບຄືນມາຕິດເຊື້ອໂຄວິດ-19 ອີກຄັ້ງ, ແຕ່ຢ່າງໃດກໍຕາມ ຜົນງານການຄົ້ນຄວ້າໜື່ງຢູ່ແຂວງກວາງຕຸົ່ງປະເທດຈີນໃຫ້ຮູ້ວ່າ: ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວກັບມາຕິດເຊື້ອຄືນໃໝ່ມີພຽງ 14% ເທົ່ນນັ້ນ.

      ເຖິງຢ່າງໃດກໍຕາມ, ມາເຖິງປະຈຸບັນຍັງບໍ່ທັນໄດ້ຄົ້ນພົບສາເຫດທີ່ແທ້ຈິງທີ່ພາໃຫ້ຕິດເຊື້ອຄືນໃໝ່. ມີພຽງແຕ່ວົງການແພດໃຫ້ຮູ້ວ່າອາດຈະເປັນຍ້ອນເວລາອອກຈາກໂຮງໝໍນັ້ນອາການຂອງຜູ້ປ່ວຍບໍ່ທັນດີຂາດຕົວແທ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ