ມາເຂົ້າໃຈຕື່ມອີກ ເວລາໃດຄວນໃສ່ໜ້າກາກອານາໄມທຳມະດາ, ເວລາໃດຄວນໃສ່ໜ້າກາກອານາໄມການແພດ?

ໂດຍ: ລູກເມືອງພວນ

ຄຳສັ່ງ ເລກທີ 06 ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 29 ມີນາ ແມ່ນແນໃສ່ ບາງຈຸດປະສົງຫຼັກຄື: ເພີ່ມທະວີຄວາມຮັບຜິດຊອບຂອງທົ່ວປວງຊົນ ແລະ ສັງຄົມ ເພື່ອຕ້ານພະຍາດໂຄວິດ ແລະ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈຕໍ່ກັບຄວາມຮັບຜິດຊອບຂອງຕົນໃນການຈັດຕັ້ງປະຕິບັດການຊີ້ນຳຂອງພັກ, ລັດຖະບານ ແລະ ຄຳແນະນຳຂອງຄະນະສະເພາະກິຕ້ານພະຍາດໂຄວິດ-19 ແລະ ຕ້ອງເຂົາໃຈວ່າພວກເຮົາທຸກຄົນແມ່ນນັກຮົບເພື່ອຕ້ານພະຍາດດັ່ງກ່າວບໍ່ໃຫ້ແຜ່ລະບາດເປັນວົງກ້ວາງ.

ການໃສ່ໜ້າກາກອານາໄມທຳມະດາ: ແມ່ນໃສ່ເວລາອອກໄປຂ້າງນອກ ບ່ອນສາທາລະນະຊົນ ແລະ ຕົນເອງບໍ່ມີອາການຕິດເຊື້ອ.

ການໃສ່ໜ້າກາກອານາໄມການແພດ: ແມ່ນໃສ່ເວລາອອກໄປສະຖານທີ່ການແພດເຊັ່ນ: ສຸກສາລາ, ໂຮງໝໍ, ເວລາໄປພົບແພດໝໍ ແລະ ເວລາໄປໃກ້ສິດຕິດພັນກັບຜູ້ປ່ວຍຕິດເຊື້ອ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ