ນາຍົກລັດຖະມົນຕີ ອັງກິດຕິດເຊື້ອ ໄວຣັສໂຄວິດ-19

ໂດຍ: ລູກເມືອງພວນ

ມື້ວານນີ້, ວັນທີ 6 ເມສາ ສຳນັກງານນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ເກີດອາການຢ່າງຕໍ່ເນ່ືອງ ພາຍຫຼັງຕິດເຊື້ອໄວຣັສໂຄວິດ-19 ໄດ້ 10 ວັນ.

ຄໍ່າຄືນຂອງວັນທີ 5 ເມສານີ້, ນາຍົກລັດຖະມົນຕີ ອັງກິກ ຕ້ອງໄດ້ນຳສົ່ງໄປໂຮງໝໍ ພາຍຫຼັງທ່ານກັກຕົວຢູ່ໃນເຮືອນເປັນເວລາ 10 ວັນແລ້ວ.

ຫ້ອງການໝາຍເລກ 10 ຂອງເມືອງ Downing ປະກາດໃນມື້ວັນທີ 5 ເມສາແຈ້ງໃຫ້ຮູ້ວ່າ: “ປະຕິບັດຕາມຄຳແນະນຳຂອງບັນດາທ່ານໝໍ, ທ່ານນາຍົກລັດຖະມົນຕີໄດ້ເຂົ້າໂຮງໝໍ ເພື່ອດຳເນີນການກວດຫາເຊື້ອໄວຣັດ. ການກວດຫາເຊື້ອແມ່ນວິທີການປ້ອງກັນທີ່ດີຢ່າງໜຶ່ງ”  ເພາະອາການຂອງທ່ານເກີດຂຶ້ນມີລັກສະນະແກ່ຍາວພໍສົມຄວນ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ເພີ່ມເຕີມວ່າ: “ນີ້ຄືວິທີການທີ່ມີຄວາມປອດໄພສູງ”.

ບົດລາຍງານຂອງສຳນັກງານນາຍົກລັດຖະມົນຕີລາຍງານວ່າ: “ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຂອບໃຈມາຍັງຖັນແຖວພະນັກງານ ແພດໝໍທີ່ເຮັດວຽກຢ່າງຂະຫຍັນຂັນແຂງ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກນາໆປະການ ແລະ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທົ່ວໄປຢູ່ໃນເຮືອນ ເພື່ອກອບກູ້ເອົາຊີວິດຂອງທຸກຄົນຕາມຄຳສັ່ງຂອງລັດຖະບານ”

ເຖິງຢ່າງໃດກໍດີ, ທ່ານນາຍົກກໍຍັງດຳເນີນການຊີ້ນຳລັດຖະບານເປັນປົກກະຕິຢູ່, ເຖິງແມ່ນວ່າທ່ານ Dominic Raab ຫົວໜ້າການຕ່າງປະເທດທັງເປັນລັດຖະມົນຕີໃນແຖວໜ້າຂອງລັດຖະບານຈະເປັນຜູ້ຕາງໜ້າໃຫ້ລັດຖະບານຊີ້ນຳຢູ່ກໍຕາມ ແລະ ຄາດວ່າທ່ານຈະເປັນຜູ້ຕາງໜ້າໃຫ້ລັດຖະບານໃນການບໍລິຫານລັດ ໃນເມື່ອອາການຂອງທ່ານນາຍົກຫາກໜັກໄປກວ່ານີ້.

ໃນວັນດຽວກັນ ພະຍານາງ Elizabeth 2 ໄດ້ອອກລາຍການໂທລະພາບ ຮຽກຮ້ອງປະຊາຊົນ ອັງກິດຈົ່ງໃຫ້ການຮ່ວມມືກັບລັດຖະບານຕ້ານໄພໂຄວິດ-19.

ນີ້ແມ່ນຄຳຮຽກຮ້ອງຄັ້ງທີ່ 5 ຂອງພະຍານາງ ທີ່ໄດ້ອອກອາກາດໃນຊ່ວງ 67 ປີທີ່ຜ່ານມາໃນຖານະພະລາຊະນີ ຊຶ່ງເປັນຜູ້ຄອງບັນລັງດົນທີ່ສຸດໃນປະຫວັດສາດຂອງ ອັງກິດ.

ປັດຈຸບັນ ອັງກິດມີຜູ້ຕິດເຊື້ອທັງໝົດ 48.436 ກໍລະນີ ຢູ່ອັນດັບສອງຂອງໂລກ ແລະ ມີ 4.943 ຄົນເສຍຊີວິດ (ຂໍ້ມູນຈາກມະຫາວິທະຍາໄລ John Hopkins).

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ