ນາຍົກ ເມ ຍັງເຈລະຈາກັບພັກດີຢູພີເພື່ອຕັ້ງລັດຖະບານປະສົມ

ລອນດອນ 11 ມິຖຸນາ: ສຳນັກນາຍົກລັດຖະມົນຕີອັງກິດຖະແຫລງໃນວັນທີ 11 ມິຖຸນານີ້ວ່າ: ນາຍົກລັດຖະມົນຕີ ເທເຣຊາ ເມ ຍັງຢູ່ໃນລະຫວ່າງການເຈລະຈາກັບພັກສະຫະພາບປະຊາທິປະໄຕ (ດີຢູພີ) ເພື່ອໃຫ້ເຂົ້າຮ່ວມກັບລັດຖະບານອະນຸລັກນິຍົມ ພາຍຫລັງມີລາຍງານກ່ອນໜ້ານີ້ວ່າທັງສອງຝ່າຍບັນລຸຂອບຂໍ້ຕົກລົງກັນໄດ້ແລ້ວ, ພາຍຫລັງການເລືອກຕັ້ງທົ່ວໄປຂອງອັງກິດໃນວັນທີ 8 ມິຖຸນາ.
ໂຄສົກສຳນັກນາຍົກລັດຖະມົນຕີອັງກິດຖະແຫລງວ່າ: ນາຍົກລັດຖະມົນຕີ ເມ ຈາກພັກອະນຸລັກນິຍົມທີ່ໄດ້ 318 ບ່ອນນັ່ງຍັງເຈລະຈາກັບພັກດີຢູພີ ເຊິ່ງມີ 10 ບ່ອນນັ່ງ ເພື່ອຫາຂໍ້ສະຫລຸບທີ່ຈະແຈ້ງ ແລະ ເປັນໄປຕາມຂໍ້ຕົກລົງຈັດຕັ້ງລັດຖະບານ ເພື່ອເດີນໜ້າຕໍ່ໄປໃນການເປີດປະຊຸມສະພາອາທິດໜ້າ. ຂະນະທີ່ຝ່າຍພັກດີຢູຊີ ຖະແຫລງວ່າ: ການເຈລະຈາຍັງມີທ່າອ່ຽງໃນທາງບວກ.

