ຜູ້ປ່ວຍຈະລົ້ນຈົນໝໍອາດຕ້ອງເລືອກປິ່ນປົວ ຢູ່ສະຫະຣາຊະອານາຈັກ

ໃນສະພາບທີ່ໂຄວິດ-19 ກຳລັງແຜ່ລະບາດໄປຢ່າງວ່ອງໄວ ຈົນເຮັດໃຫ້ຜູ້ປ່ວຍລົ້ນໂຮງໝໍນັ້ນ ບັນດາແພດໝໍຢູ່ສະຫະຣາຊະອານາຈັກ ໄດ້ຮັບແຈ້ງວ່າ: ພວກເຂົາຈະຕ້ອງຜະເຊີນກັບ “ການຕັດສິນໃຈທີ່ໜ້າເຈັບປວດ” ໃນການເລືອກວ່າຜູ້ປ່ວຍຄົນໃດຈະໄດ້ຮັບການປິ່ນປົວ ເພື່ອໃຫ້ໄດ້ມີຊີວິດຢູ່ລອດຕໍ່ໄປ.
ສະມາຄົມການແພດອັງກິດ (British Medical Association – BMA) ໄດ້ອອກຄຳແນະນຳດ້ານຈັນຍາບັນສຳລັບບຸກຄະລາກອນທາງການແພດຜູ້ປະຕິບັດງານແຖວໜ້າ ໂດຍຊີ້ວ່າຈະຕ້ອງມີການເປີດອະພິປາຍສາທາລະນະຢ່າງຮີບດ່ວນກ່ຽວກັບບັນຫານີ້ “ໃນສະຖານະການທີ່ບໍ່ເຄີຍເກີດຂຶ້ນມາກ່ອນແບບນີ້”.
BMA ຊີ້ວ່າ: ເຖິງວ່າຈະມີຄວາມພະຍາຍາມ “ອັນຫານກ້າ” ໃນການເພີ່ມຂີດຄວາມສາມາດເພື່ອໃຫ້ບໍລິການ, ແຕ່ສຳນັກງານບໍລິການສຸຂະພາບແຫ່ງຊາດ (NHS) ອາດຕ້ອງຜະເຊີນກັບຄື້ນຄົນໄຂ້ທີ່ຫລັ່ງໄຫລເຂົ້າມາຈົນເກີນກຳລັງຈະຮັບໄດ້.
ເມື່ອມໍ່ໆນີ້, ລັດຖະບານສະຫະຣາຊະອານາຈັກໄດ້ສັ່ງຊື້ເຄື່ອງຊ່ວຍຫາຍໃຈຈຳນວນຫລາຍ ເພື່ອຊ່ວຍບັນເທົາແຮງກົດດັນຂອງໂຮງໝໍຕ່າງໆ ທ່າມກາງວິກິດໂຄວິດ-19.
ເຄື່ອງຊ່ວຍຫາຍໃຈເຫລົ່ານີ້ ເຊິ່ງລວມທັງເຄື່ອງຮັກສາການເຮັດວຽກຂອງຫົວໃຈ ແລະ ປອດ ທີ່ເອີ້ນວ່າ: ECMO ຄືເຄື່ອງມືທີ່ຈຳເປັນຫລາຍສຳລັບຄົນໄຂ້ອາການວິກິດທີ່ສຸດ ເພື່ອຊ່ວຍໃນການຫາຍໃຈ ແລະ ອາດຊ່ວຍຮັກສາຊີວິດພວກເຂົາເອົາໄວ້ໄດ້.
BMA ເຕືອນວ່າ: ໃນການປະຕິບັດງານປະຈຳວັນ ແພດອາດຕ້ອງຜະເຊີນຄວາມລຳບາກໃນການຕັດສິນໃຈກ່ຽວກັບການປິ່ນປົວຄົນໄຂ້, ແຕ່ການລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໝາຍຄວາມວ່າພວກເຂົາຈະຕ້ອງຕັດສິນໃຈເລື່ອງຄວາມເປັນຄວາມຕາຍຫລາຍຂຶ້ນ ແລະ ບາງຄັ້ງອາດຕ້ອງຂຶ້ນຢູ່ກັບປັດໄຈເລື່ອງຂີດຄວາມສາມາດທີ່ຈະຮັບໄດ້ ຫລາຍກວ່າເລື່ອງຄວາມຈຳເປັນຂອງຄົນໄຂ້.
ຄຳແນະນຳລະບຸວ່າ: ຄົນໄຂ້ທຸກຄົນຄວນໄດ້ຮັບການປິ່ນປົວດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມທຸ້ມເທ ເຊິ່ງລວມທັງການຈັດການອາການ ແລະ ໃນກໍລະນີຜູ້ປ່ວຍທີ່ກຳລັງຈະເສຍຊີວິດ ຄວນໃຫ້ການເບິ່ງແຍງໄລຍະສຸດທ້າຍທີ່ດີທີ່ສຸດເທົ່າທີ່ຈະເຮັດໄດ້. ເຖິງຢ່າງໃດກໍຕາມ, ການຈັດລຳດັບຄວາມສຳຄັນໃນການປິ່ນປົວຄົນໄຂ້ແຕ່ລະຄົນຖືເປັນເລື່ອງທີ່ຖືກກົດໝາຍ ແລະ ຖືກຫລັກຈະລິຍະທຳ, ຫລັກເກນນີ້ໃຊ້ກັບກໍລະນີທີ່ມີຜູ້ປ່ວຍທີ່ຕ້ອງການຮັບການປິ່ນປົວຫລາຍກວ່າຈຳນວນຊັບພະຍາກອນທີ່ແພດມີຢູ່ໃນມື. ໃນກໍລະນີທີ່ໂຮງໝໍມີຊັບພະຍາກອນບໍ່ພຽງພໍ ແລະ ຈະຕ້ອງເລືອກວ່າຜູ້ປ່ວຍຄົນໃດຈະໄດ້ຮັບການປິ່ນປົວ ແພດຄວນພິຈາລະນາປັດໄຈດັ່ງຕໍ່ໄປນີ້: ຄວາມຮຸນແຮງຂອງໂຣກກະທັນຫັນ, ການປາກົດ ແລະ ຄວາມຮຸນແຮງຂອງໂຣກຮ່ວມ (co-morbidity), ຄວາມບອບບາງຂອງຜູ້ປ່ວຍ ຫລື ປັດໄຈກ່ຽວຂ້ອງກັບການປິ່ນປົວເຊັ່ນ: ອາຍຸຜູ້ປ່ວຍ.
ເຖິງຢ່າງໃດກໍຕາມ, ໃນກໍລະນີທີ່ຄົນໄຂ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ກໍບໍ່ໄດ້ໝາຍຄວາມວ່າຈະໄດ້ຮັບການຈັດອັນດັບຄວາມສຳຄັນໃນການປິ່ນປົວກ່ອນ.
BMA ລະບຸວ່າ: ຄົນໄຂ້ທີ່ “ມີທ່າອ່ຽງ” ຈະເສຍຊີວິດ ຫລື ມີອາການໜັກ ແລະ ຕ້ອງໄດ້ຮັບການປິ່ນປົວຢ່າງເຂັ້ມຂຸ້ນເປັນເວລາດົນ ຫລື ມີອາການເກີນເກນທີ່ກຳນົດ ຈະບໍ່ໄດ້ຮັບການປິ່ນປົວໃນຫໍໄອຊີຢູ ແຕ່ຈະຍັງໄດ້ຮັບການປິ່ນປົວໃນຮູບແບບອື່ນຕໍ່ໄປ.
ທ່ານ ດຣ. ຈອນ ຄິສໂຮມ ປະທານຄະນະກຳມະການດ້ານຈະລິຍະທຳຂອງ BMA ກ່າວວ່າ: ຖ້າສະຖານະການໂຄວິດ-19 ຢູ່ສະຫະຣາຊະອານາຈັກຮຸນແຮງຂຶ້ນ ຈົນມີຜູ້ປ່ວຍລົ້ນໂຮງໝໍ ແພດຈະຕ້ອງຕັດສິນໃຈເຮັດໃນສິ່ງທີ່ໜ້າເຈັບປວດ.

