ຜູ້ນຳອາຊຽນກຽມປະຊຸມເທເລຄອນເຟີເຣນ ອາທິດໜ້າ ຫາລືສູ້ໂຄວິດ-19

     ຜູ້ນຳປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ກຳລັງກຽມຈັດກອງປະຊຸມເທເລຄອນເຟີເຣນຮ່ວມກັນໃນອາທິດໜ້າ ເພື່ອຫາລືກ່ຽວກັບວິທີການຮັບມືການແຜ່ລະບາດຂອງໂຄວິດ-19.

     ສຳນັກຂ່າວກຽວໂດລາຍງານໂດຍອ້າງແຫລ່ງຂ່າວທາງການທູດວ່າ: ກອງປະຊຸມສຸດຍອດທາງໂທລະສັບອາດຈະເກີດຂຶ້ນໃນວັນທີ 14 ເມສານີ້. ພ້ອມລາຍງານອີກວ່າ: ອາຊຽນ ເຊິ່ງປະກອບມີສະມາຊິກ 10 ປະເທດ ກຳລັງພິຈາລະນາຈະຈັດເທເລຄອນເຟີເຣນຮ່ວມກັບຜູ້ນຳຍີ່ປຸ່ນ, ຈີນ ແລະ ສ.ເກົາຫລີ ນຳອີກ.

     ແຫລ່ງຂ່າວເປີດເຜີຍອີກວ່າ: ໃນເດືອນຜ່ານມາ, ຫວຽດນາມ ເຊິ່ງດຳລົງຕຳແໜ່ງປະທານອາຊຽນໃນປີນີ້ ໄດ້ແຈ້ງປະເທດສະມາຊິກວ່າ: ກອງປະຊຸມສຸດຍອດຜູ້ນຳອາຊຽນ ເຊິ່ງຫວຽດນາມຈະເປັນເຈົ້າພາບນັ້ນ ຈະເລື່ອນຈາກເດືອນເມສາໄປເປັນທ້າຍເດືອນມິຖຸນາ.

     ສຳລັບກອງປະຊຸມສຸດຍອດ ອາເມລິກາ-ອາຊຽນ ພິເສດ ເຊິ່ງກຳນົດຈັດຂຶ້ນໃນກາງເດືອນມີນາ ຢູ່ລາສເວກັສ ໄດ້ຖືກເລື່ອນອອກໄປເຊັ່ນກັນ ເນື່ອງຈາກໄວຣັສໂຄໂຣນາສາຍພັນໃໝ່ຍັງແຜ່ລະບາດໄປທົ່ວໂລກ.