ອາເມລິກາກຳລັງຊ່ວຍຟີລິບປິນຢຸດຕິເຫດກຸ່ມຕິດອາວຸດຍຶດເມືອງທາງໃຕ້

ມະນິລາ 10 ມິຖຸນາ: ກອງກຳລັງພິເສດອາເມລິກາກຳລັງຊ່ວຍກອງທັບຟີລິບປິນຢຸດຕິເຫດກຸ່ມຕິດອາວຸດຍຶດເມືອງມາລາວີທາງຕອນໃຕ້ຂອງປະເທດທີ່ດຳເນີນມາກວ່າ 2 ອາທິດແລ້ວ.
+ ກອງທັບຟີລິບປິນເຊື່ອເຫດຄວາມບໍ່ສະຫງົບຢູ່ມາລາວີໃກ້ຢຸດແລ້ວ
+ ຟີລິບປິນຖະຫລົ່ມຜິດເຮັດໃຫ້ທະຫານຕາຍ ຄິດວ່າເປັນກຸ່ມຕິດອາວຸດທາງໃຕ້
+ ຟີລິບປິນຂໍໃຫ້ກຸ່ມຕິດອາວຸດຍອມເສຍໄຊເພື່ອຫລຸດການສູນເສຍ
ໂຄສົກສະຖານທູດອາເມລິກາປະຈຳຟີລິບປິນເປີດເຜີຍກັບສຳນັກຂ່າວຣອຍເຕີໃນວັນທີ 10 ມິຖຸນານີ້ວ່າ: ກອງກຳລັງພິເສດອາເມລິກາຊ່ວຍຜູ້ບັງຄັບການກອງທັບຟີລິບປິນພາກສະໜາມທີ່ກຳລັງສູ້ຮົບກັບກຸ່ມມາອູເຕ ແລະ ກຸ່ມອາບູໄຊຍາບໃນເມືອງມາລາວີຕາມຄຳຂໍຂອງລັດຖະບານຟີລິບປິນ, ແຕ່ບໍ່ເປີດເຜີຍລາຍລະອຽດຂອງປະຕິບັດການຊ່ວຍເຫລືອ. ຂະນະທີ່ມີຜູ້ເຫັນເຮືອບິນລາດຕະເວນ P-3 ໂອໄຣອອນຂອງອາເມລິກາໜຶ່ງລຳບິນເໜືອເມືອງມາລາວີໃນວັນທີ 9 ມິຖຸນາ ແລະ ຍັງບໍ່ມີສິ່ງບົ່ງບອກວ່າອາເມລິກາໄດ້ສົ່ງທະຫານພາກພື້ນດິນເຂົ້າໄປຮ່ວມຮົບແລ້ວ ຫລື ບໍ່. ເຖິງຢ່າງໃດກໍດີ ມາຮອດປັດຈຸບັນນີ້ຍັງບໍ່ມີການຢືນຢັນຈາກລັດຖະບານຟີລິບປິນວ່າໄດ້ຂໍການຊ່ວຍເຫລືອຈາກອາເມລິກາ.
ຟີລິບປິນ ແລະ ອາເມລິກາເປັນພັນທະມິດກັນມາຍາວນານ, ອາເມລິກາເຄີຍສົ່ງກອງກຳລັງພິເສດໄປຊ່ວຍເຝິກທະຫານຟີລິບປິນສູ້ຮົບກັບກຸ່ມອາບູໄຊຍາບ ຢູ່ເກາະມິນດາເນົາ ໃນປີ 2002, ເຖິງວ່າປັດຈຸບັນຖອນກຳລັງທະຫານສ່ວນຫລາຍໄປແລ້ວ ແຕ່ຍັງໃຫ້ການຊ່ວຍເຫລືອດ້ານໂລຈິສຕິກ ແລະ ເຕັກນິກ.

