ສະພາບແຮງງານລາວມາແຕ່ໄທ 310 ຄົນເຂດເມືອງໝື່ນ

ຂ່າວທ້ອງຖິ່ນລາຍງານວ່າ: ເມື່ອທ້າຍອາທິດຜ່ານມານີ້ ນາດປົກຄອງເມືອງໝື່ນ ສົມທົບກັບ ຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດ COVID – 19 ສືບຕໍ່ເຄື່ອນໄຫວຕິດຕາມແຮງງານລາວກັບຈາກໄທ 310 ຄົນ ຢູ່ 3 ຈຸດກັກກັນຊົວຄາວ ຢູ່ກຸ່ມບ້ານເມືອງໝື່ນ, ກຸ່ມບ້ານເມືອງໝື່ນ ປະກອບມີ 5 ບ້ານຄື:
•ກຸ່ມບ້ານວັງ 77 ຄົນ,ຍິງ: 69 ຄົນ,ມາບໍ່ຖືກຕ້ອງ 7 ຄົນ.
• ກຸ່ມບ້ານນໍ້າເພີນ : 89 ຄົນ,ຍິງ: 67ຄົນ.
• ກຸ່ມບ້ານໂນນໄຮ : 50 ຄົນ,ຍິງ :33 ຄົນ.
• ກຸ່ມບ້ານເມືອງໝື່ນ : 94 ຄົນ,ຍິງ: 66 ຄົນ,ມາບໍ່ຖືກຕ້ອງ 01 ຄົນ.ທົ່ວເມືອງໝື່ນ ມີທັງໝົດ 13 ສູນ.
ປັດຈຸບັນແຮງງານເຫລົ່ານັ້ນພວມປະຕິບັດມາດຕະການກັກກັນໃຫ້ຄົບ 14 ວັນ ແລະໄດ້ຮັບການເບິ່ງແຍງຈາກຄະນະຮັບຜິດຊອບເປັນຢ່າງດີ.





