ລັດຖະບານ ຫວຽດນາມ ມອບເຄື່ອງ ປ້ອງກັນໂຄວິດ – 19 ໃຫ້ ລາວມີມູນຄ່າ 1 ແສນໂດລາ

ພິທີ ມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານ ສສ ຫວຽດນາມໃຫ້ແກ່ ລັດຖະບານ ລາວໄດ້ມີຂຶ້ນໃນວັນທີ 3 ເມສານີ້ ທີ່ກະຊວງການຕ່າງປະເທດຫວຽດນາມໃນມູນຄ່າ 100. 000 ໂດລາສະຫະລັດ ແລະ ຈາກກະຊວງສາທາລະນະສຸກຫວຽດນາມ 5 ຕື້ດົງ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ 250 ລ້ານດົງ. ຕາງໜ້າລັດຖະບານຫວຽດນາມກ່າວມອບໂດຍ ທ່ານ ຫງວຽນກ໋ວກຊູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕ່າງໜ້າລັດຖະບານແຫ່ງ ສປປ ລາວກ່າວຮັບ ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ເຖີງວ່າສສ ຫວຽດນາມ ຍັງປະສົບຄວາມຍຸ້ງຍາກຫຼາຍປະການໂດຍສະເພາະການປະເຊີນໜ້າກັບພະຍາດໂຄວິດ-19 ທີ່ກຳລັງແພ່ລະບາດໜັກພໍສົມຄວນ, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນລັດຖະບານ ແລະ ປະຊາຊົນຫວຽດ ນາມກໍໄດ້ບິແບ່ງວັດຖຸປັດໃຈມາຊ່ວຍລັດຖະບານກໍ່ຄືປະຊາຊົນລາວໃນການຕ້ານພະຍາດໂຄວິດ-19
ໃນໂອກາດກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານທູດແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາາຊົນຫວຽດນາມທີ່ໃຫ້ການຊ່ວຍເຫຼືອດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ – 19 ຢູ່ ສປປ ລາວຢ່າງມີປະສິດທິຜົນສູງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ