ພົບເຫັນກໍລະນີເສຍຊີວິດຈາກໂຄວິດ-19 ມີປາກົດການແປກປະຫຼາດ

ໂດຍ: ລູກເມືອງພວນ

ສຳນັກຂ່າວສານ Sputnik  ຂອງລັດເຊຍວັນທີ 3 ເມສານີ້ ໃຫ້ຮູ້ວ່າ: ຢູ່ເຂດ Lombardia ຂອງ ອີຕາລີ ກຳລັງຕໍ່ສູ້ກັບພະຍາດໂວິດ-19 ຢ່າງໜັກ ໃນຂະນະນີ້.

ບັນດາທ່ານໝໍຂອງລັດເຊຍກຳລັງດຳເນີນການຊ່ວຍເຫຼືອເພື່ອນຢູ່ໃນຂະນະນິີ້ ໃຫ້ຮູ້ວ່າ: ໄດ້ພົບເຫັນຫຼາຍກໍລະນີທີ່ແປກປະຫຼາດເກີດຂຶ້ນກັບຜູ້ເສຍຊີວິດ ຈາກໂຄວິດ-19 ຢູ້ ອີຕາລີ.

ບັນດາທ່ານໝໍຂອງລັດເຊຍພົບເຫັນປາກົດການແປກປະຫຼາດກັບຜູ້ຕິດເຊື້ອໂຄວິດ-19 ຈຳນວນໜຶ່ງໃນນະຄອນ Grom, ພຽງແຕ່ພວກເຂົານອນຫຼັບໄປແຕ່ໜ້ອຍດຽວກໍບໍ່ກັບຄືນມາອີກ.

ສຳນັກຂ່າວສານ Moskovsky Komsomolets ຂອງລັດເຊຍ ຍັງໃຫ້ຮູ້ຕື່ມວ່າ: ກ່ອນທີ່ຄົນພວກນີ້ຈະເສຍຊີວິດໄປ ກໍບໍ່ໄດ້ພົບເຫັນອາການທີ່ຮ້າຍແຮງຫຍັງເພີ່ມເຕີມເກີດຂຶ້ນເລີຍ.

ຢູ່ໃນສູນຄົນເຖົ້າແຫ່ງໜຶ່ງ, ບັນດາທ່ານໝໍຂອງລັດເຊຍ ໄດ້ພົບເຫັນຕົວຈິງໃນຄໍ່າຄືນດຽວຢ່າງໜ້ອຍ 5 ກໍລະນີ ທີ່ມີປາກົດການດັ່ງກ່າວ./.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ