ທຳນຽບ 5 ແຈ ກະກຽມຖົງໃສ່ສົບຄົນຕາຍ 100.000 ຖົງໃນມະຫັນຕະໄພ ໂຄວິດ-19

ລູກເມືອງພວນ

ມາເຖິງເວລານີ້ ສະຫະລັດ ອາເມລິກາ ມີຜູ້ຕິດເຊື້ອທັງໝົດ 245.572 ຄົນ ແລະ ເສຍຊີວິດຫລາຍກວ່າ 6.075 ຄົນ. ສະຫະລັດໄດ້ກາຍເປັນປະເທດອັນດັບໜຶ່ງຂອງການຕິດເຊື້ອ ແລະ ເສຍຊີວິດໃນໂລກໄປແລ້ວໃນຂະນະນີ້.

ຕໍ່ໜ້າສະພາບການດັ່ງກ່າວ, ສະຫະລັດຈຶ່ງໄດ້ມີການກະກຽມຖົງໃສ່ສົບຄົນຕາຍໄວ້, ເພື່ອໃສ່ສົບຜູ້ຕາຍຈາກເຊື້ອໄວຣັສໂຄວິດ-19 ທີ່ບໍ່ສາມາດຈະກະຕວງໄດ້ລ່ວງໜ້າ ຊຶ່ງຜູ້ເສຍຊີວິດໃນຂະນະນີ້ນັບມື້ເພິ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ. ລັດຖະບານສະຫະລັດ ຈຶ່ງຊອກຫາວິທີທາງກະກຽມຖົງຢາງໃສ່ສົບໄວ້ 100.000 ຖົງ ເພື່ອຕຽມພ້ອມຮັບມື ກໍລະນີເກີດຂຶ້ນທຸກເວລາ./.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ