ສະໜາມເທັນນິສລາຍການ ຢູເອັສ ໂອເພັນ ປັບປຸງເປັນໂຮງໝໍຊົ່ວຄາວຊ່ວຍ ອາເມຣິກາ ຕອບໂຕ້ໂຄວິດ-19

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ບິນລີ ຍິນຄິງ ເນຊັນແນວ ເທັນນິສ ເຊັນເຕີ ສະໜາມຈັດການແຂ່ງຂັນເທັນນິສແກຣນສະແລມລາຍການສຸດທ້າຍຂອງປີລາຍການ ຢູເອັສ ໂອເພັນ ໃນນິວຢອກ ສະຫະລັດອາເມຣິກາ ຖືກປ່ຽນໃຫ້ເປັນໂຮງໝໍ ເພື່ອຮັບມືສະພາບການແຜ່ລະບາດຂອງ ໂຄວິດ-19 ໃນລັດນິວຢອກ.

ສະໜາມແຫ່ງນີ້ສາມາດຮອງຮັບຜູ້ປ່ວຍໄດ້ຢ່າງໜ້ອຍ 350 ຕຽງ ໂດຍເລີ່ມຕົ້ນອາທິດໜ້າທາງການຂອງນິວຢອກຈະໃຊ້ພື້ນທີ່ນີ້ສໍາລັບຮອງຮັບຜູ້ຕິດເຊື້ອທີ່ມີອາການເບົາ ເພື່ອຊ່ວຍຫຼຸດຄວາມໜາແໜ້ນຂອງໂຮງໝໍ Elmhurst ໃນນິວຢອກ ເຊິ່ງເປັນສູນກາງການແຜ່ລະບາດ.

ສ່ວນພື້ນທີ່ຕ່າງໆພາຍໃນສະໜາມຈະຖືກປັບປຸງເພື່ອໃຊ້ງານຢ່າງຮີບດ່ວນ ສໍາລັບການຮັບມື ໂຄວິດ-19 ເລີ່ມຈາກສະໜາມຊ້ອມ ອິນດໍ ຈະປັບໃຫ້ເປັນພື້ນສໍາລັບຕຽງຄົນຈັບ 350 ຕຽງ ແລະ ຫລຸ໋ຍ ອາມສະຕຣອງ ສະເຕດ້ຽມ ຈະເປັນສູນກາງຈັດກຽມອາຫານ 25.000 ຊຸດຕໍ່ມື້.