ປະເທດໃດແດ່ມີມາດຕະການແປກໆຮັບມື ໂຄວິດ-19

     ປະເທດຕ່າງໆທົ່ວໂລກອອກມາດຕະການຮັບມືກັບໂຄວິດ-19 ແບບບໍ່ເຄີຍເກີດຂຶ້ນກັບວິກິດຄັ້ງໃດມາກ່ອນ ມີແຕ່ແບບສຸດຕົງໄປຈົນເຖິງຄວາມຄິດສ້າງສັນທີ່ໜ້າສົນໃຈ.

  1. ປານາມາ

     ປະເທດໃນເຂດອາເມລິກາກາງແຫ່ງນີ້ມີຕົວເລກຢືນຢັນຜູ້ຕິດເຊື້ອໂຄວິດ-19 ມີຈຳນວນ1.000 ຄົນ ໂດຍທາງການໃຊ້ມາດຕະການໃຫ້ຜູ້ຊາຍ ແລະ ຜູ້ຍິງອອກນອກເຮືອນຄົນລະເວລາກັນ ໂດຍນັບແຕ່ວັນທີ 1 ເມສາເປັນຕົ້ນໄປ ຜູ້ຊາຍ ແລະ ຜູ້ຍິງຕ້ອງອອກນອກເຮືອນຄົນລະມື້ ແລະ ຄັ້ງລະ 2 ຊົ່ວໂມງເທົ່ານັ້ນ ໂດຍວັນອາທິດຫ້າມບໍ່ໃຫ້ໃຜອອກນອກເຮືອນເລີຍ.

2. ໂກລົມບີ

     ບາງເມືອງຢູ່ໂກລົມບີ ຄົນຈະອອກນອກເຮືອນໄດ້ວັນໃດຕ້ອງເບິ່ງຕາມເລກບັດປະຈຳຕົວໂຕສຸດທ້າຍ. ຕົວຢ່າງ: ຊາວເມືອງບາຣຣັນກາເບີເມຮາ ຄົນທີ່ເລກບັດປະຈຳຕົວລົງທ້າຍດ້ວຍ 0, 7 ແລະ 4 ສາມາດອອກຈາກເຮືອນໄດ້ວັນຈັນ, ສ່ວນຄົນທີ່ເລກບັດປະຈຳຕົວລົງທ້າຍດ້ວຍ 1, 8 ຫລື 5 ອອກຈາກເຮືອນໄດ້ວັນອັງຄານ.

     ໂບລີເວຍ ປະເທດໃກ້ຄຽງ ກຳລັງສະເໜີມາດຕະການຄ້າຍຄືກັນ.

3. ແຊັກບີ

     ກ່ອນໜ້ານີ້ ລັດຖະບານແຊັກບີຈັດໃຫ້ມີຊ່ວງພາໝາໄປຍ່າງຫລິ້ນລະຫວ່າງ 20:00-21:00 ໂມງ ແຕ່ຍົກເລີກໄປແລ້ວ ເຊິ່ງເຮັດໃຫ້ຄົນລ້ຽງໝາບໍ່ພໍໃຈຫລາຍ.

    ສັດຕະວະແພດຄົນໜຶ່ງບອກວ່າ: ການບໍ່ພາໝາໄປຍ່າງຫລິ້ນຕອນຄໍ່າ ອາດເຮັດໃຫ້ໝາທີ່ມີບັນຫາລະບົບການຍ່ຽວຢູ່ແລ້ວຍິ່ງມີອາການຮ້າຍແຮງຂຶ້ນ ແລະ ຍິ່ງເຮັດໃຫ້ສຸຂະອະນາໄມພາຍໃນເຮືອນຜູ້ລ້ຽງຮ້າຍແຮງຂຶ້ນເຊັ່ນກັນ

4. ເບລາຣຸສ

    ປະທານາທິບໍດີ ອາເລັກຊານເດີ ລູກາເຊນໂກ ຂອງເບລາຣຸສ ບໍ່ເຊື່ອວ່າປະເທດຕ້ອງມີມາດຕະການປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ ໂດຍບອກວ່າລາວບໍ່ເຫັນໄວຣັສລອຍໄປມາໃນອາກາດເລີຍ.

    ທ່ານໃຫ້ສຳພາດໃນສະໜາມແຂ່ງຮ໊ອກກີ້ນ້ຳກ້ອນວ່າ: ຄົນທີ່ມາເບິ່ງກິລາລ້ວນແຕ່ມີສຸຂະພາບດີ ເພາະຄວາມເຢັນໃນສະໜາມຈະສະກັດບໍ່ໃຫ້ໄວຣັສແຜ່ລະບາດ. ທັງໆທີ່ບໍ່ມີຫລັກຖານວ່ານີ້ເປັນເລື່ອງແທ້ ແລະ ມະນຸດເຮົາກໍບໍ່ສາມາດເຫັນໄວຣັສໂຄໂຣນາດ້ວຍຕາເປົ່າໄດ້.

    ນອກຈາກນີ້, ທ່ານຍັງແນະນຳວ່າ: ການດື່ມໂວດກາ ແລະ ອົບຊາວນ່າຈະຊ່ວຍປ້ອງກັນການຕິດເຊື້ອໄດ້ ເຊິ່ງນີ້ບໍ່ແມ່ນສິ່ງທີ່ຜູ້ຊ່ຽວຊານແນະນຳ.

5. ສະວີເດັນ

     ເຖິງວ່າມີຜູ້ຕິດເຊື້ອເກີນ 4.500 ຄົນແລ້ວ, ແຕ່ລັດຖະບານສະວີເດັນຍັງບໍ່ໄດ້ມີມາດຕະການໃດໆທີ່ເຂັ້ມງວດ ໂດຍພວກທ່ານຫວັງວ່າປະຊາຊົນຈະປະພຶດຕົນເອງຢ່າງເໝາະສົມ ແລະ ມີຄວາມຮັບຜິດຊອບ.

     ປັດຈຸບັນມີການປະກາດຫ້າມຄົນຫລາຍກວ່າ 50 ຄົນຂຶ້ນໄປຊຸມນຸມແລ້ວ, ແຕ່ໂຮງຮຽນສຳລັບເດັກອາຍຸຕໍ່າກວ່າ 16 ປີ ຍັງເປີດຢູ່.

     ພັບ ແລະ ຮ້ານອາຫານຍັງເປີດໃຫ້ລູກຄ້າເຂົ້າໄປກິນດື່ມໄດ້ຢູ່ ປະຊາຊົນຍັງສ້າງສັນໄປມາຫາສູ່ຕາມປົກກະຕິ.

     ມີທັງຝ່າຍທີ່ເຫັນພ້ອມ ແລະ ບໍ່ເຫັນພ້ອມຕໍ່ວິທີຮັບມືນີ້, ຕ້ອງຖ້າເບິ່ງວ່າມາດຕະການແບບນີ້ຈະສົ່ງຜົນດີ ຫລື ຜົນເສຍກັນແທ້ແນວໃດ.

6. ມາເລເຊຍ

     ລັດຖະບານມາເລເຊຍຕ້ອງອອກມາຂໍໂທດ ຫລັງຈາກກະຊວງການພັດທະນາແມ່ຍິງ ແລະ ຄອບຄົວໂພສຮູບກາຕູນໃນສື່ອອນລາຍ ແນະນຳໃຫ້ຜູ້ຍິງແຕ່ງໂຕງາມໆ ແຕ່ງໜ້າທາປາກ ແລະ ຢຸດດ່າຜົວໃນຊ່ວງທີ່ຕ້ອງປິດປະເທດບາງສ່ວນ.

    ສຸດທ້າຍທາງການຕ້ອງລົບໂພສນີ້ ຫລັງຈາກຖືກຄົນໃນສື່ອອນລາຍວິພາກວິຈານຢ່າງໜັກ.

7. ເຕັກເມນິສະຖານ

     ມາດຕະການຮັບມືໄວຣັສໂຄໂຣນາຢູ່ເຕັກເມນິສະຖານໄປຄົນລະທິດລະທາງກັບໂລກເຖິງຂັ້ນສັ່ງຫ້າມໃຊ້ຄຳວ່າ: “ໄວຣັສໂຄໂຣນາ”.

    ເວັບໄຊຂ່າວອິດສະລະ ເດິເຕັກເມນິສະຖານ ຄຣອນນິເຄິລ (Turkmenstan Chronicle) ເຊິ່ງຖືກບລ໊ອກໃນປະເທດ ບອກວ່າລັດຖະບານໄດ້ລົບຄຳວ່າໄວຣັສໂຄໂຣນາອອກຈາກແຜ່ນພັບໃຫ້ຄວາມຮູ້ດ້ານສາທາລະນະສຸກ. ນັກຂ່າວທີ່ເຮັດວຽກໃຫ້ຊ່ອງລາຍການວິທະຍຸອາຊາດລິກ (Radio Azatlyk) ບອກວ່າ: ຄົນທີ່ເວົ້າເຖິງໄວຣັສໂຄໂຣນາ ຫລື ໃສ່ຜ້າອັດປາກ ອາດຖືກຈັບໄດ້.

     ທາງການເຕັກເມນິສະຖານບອກວ່າ: ບໍ່ມີຜູ້ຕິດເຊື້ອພາຍໃນປະເທດ ເຖິງວ່າຈະຢູ່ຕິດກັບອີຣານ ເຊິ່ງເປັນປະເທດທີ່ໄດ້ຮັບຜົນກະທົບຈາກໄວຣັສໂຄໂຣນາໜັກທີ່ສຸດປະເທດໜຶ່ງ.

8. ໂອຕຣິດ

     ໂອຕຣິດອອກກົດບັງຄັບໃຫ້ຄົນໃສ່ຜ້າອັດປາກໃນມິນິມາກ ເຖິງວ່າອົງການອະນາໄມໂລກຈະບອກວ່າຄົນທີ່ສຸຂະພາບແຂງແຮງດີບໍ່ຈຳເປັນຕ້ອງໃສ່ ນອກຈາກວ່າຈະເປັນຜູ້ເບິ່ງແຍງຄົນປ່ວຍ.

     ຂໍ້ບັງຄັບນີ້ສະເໜີໂດຍນາຍົກລັດຖະມົນຕີ ເຊບາສຕຽນ ຄູຣ ໂດຍມີຜົນແຕ່ວັນທີ 1 ເມສາ ແລະ ມີການແຈກຢາຍຜ້າອັດປາກໃຫ້ປະຊາຊົນຫລາຍລ້ານອັນ.

     ເຖິງວ່າການໃສ່ຜ້າອັດປາກເປັນສິ່ງທີ່ເຫັນໄດ້ທົ່ວໄປໃນອາຊີ ແຕ່ໂອຕຣິດເປັນປະເທດທີ 4 ໃນເອີຣົບເທົ່ານັ້ນທີ່ອອກກົດບັງຄັບໃສ່ຜ້າອັດປາກຢູ່ບ່ອນສາທາລະນະ, ກ່ອນໜ້ານີ້ຄື ສາທາລະນະລັດເຊັກ, ສະໂລວາກີ, ບອສນີ ແລະ ເຮີເຊໂກວີນາກໍໄດ້ປະຕິບັດຄືກັນ.