ສະໂມສອນເເອັດເລຕິກ ວິວເບົາ ຄືທີມດຽວໃນລາລີກາແອັດສະປາຍທີ່ບໍ່ໄດ້ຮັບຜົນກະທົບຈາກໂຄວິດ-19

El Pais ສຳນັກຂ່າວຄຸນນະພາບຂອງເເອັດສະປາຍ ໄດ້ວິເຄາະເສດຖະກິດຂອງສະພາບການສະໂມສອນຕ່າງໆອອກມາ ເຊິ່ງວ່າ ສະໂມສອນ ແອັດເລຕິກ ວິວເບົາ ມີຈຳນວນໜີ້ສິນ -92% ເມື່ອລົບອອກຈາກລາຍໄດ້ຂອງສະໂມສອນ ແລະ ມີເງິນສຳຮອງໃນບັນຊີສະໂມສອນຫຼາຍກວ່າ 188 ລ້ານເອີໂຣ, ເຫດຜົນຫຼັກທີ່ເຮັດໃຫ້ສະໂມສອນດັ່ງກ່າວບໍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ເນື່ອງຈາກວ່ານະໂຍບາຍຫຼັກຂອງສະໂມສອນທີ່ໃຊ້ບໍລິການສະເພາະນັກເຕະທ້ອງຖິ່ນເທົ່ານັ້ນ.

            ໝາຍຄວາມວ່າ ໃນທີມນັ້ນຈະມີນັກເຕະເຊື້ອສາຍບາສ ຫຼື ເຄີຍຝຶກບານເຕະໃນອາຄາເດມີ້ຂອງຕົນເອງພຽງຢ່າງດຽວ, ເກືອບຈະບໍ່ໄດ້ໃຊ້ເງິນຊື້ນັກເຕະເຂົ້າມາຮ່ວມທີມແຕ່ຢ່າງໃດ ສ່ວນທີມຊຸດໃຫຍ່ໃນປັດຈຸບັນ 90% ຄືຜົນຜະລິດຈາກອາຄາເດມີ້ຂອງສະໂມສອນ ເຮັດໃຫ້ພວກເຂົາມີອັດຕາຈ່າຍຄ່າເມື່ອຍໃຫ້ນັກເຕະໜ້ອຍກວ່າທີມອື່ນໆໃນລາລີກາ, ຖ້າລອງປຽບທຽບຄ່າສະເລ່ຍຕໍ່ຄົນແລ້ວ ສະໂມສອນ ແອັດເລຕິກ ວິວເບົາ ຈ່າຍເງິນໃຫ້ນັກເຕະໃນທີມຕໍ່ປີຄົນໜຶ່ງພຽງແຕ່ 1,9 ລ້ານເອີໂຣເທົ່ານັ້ນ ເຊິ່ງຕ່າງກັບ ບາເຊໂລນາ ທີ່ຕ້ອງຈ່າຍໃຫ້ນັກເຕະຂອງຕົນສູງເຖິງ 10 ລ້ານເອີໂຣ.