ລັດຖະບານສັ່ງໃຫ້ຜ່ອນຜັນການຊຳລະອາກອນແກ້ວິກິດໂຄວິດ-19 ລະບາດ

ໃນກອງປະຊຸມຖະແຫລ່ງຂ່າວເຊົ້າວັນທີ 2 ເມສານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໃນນາມປະທານຄະນະສະເພາະກິດແກ້ໄຂຜົນກະທົບທາງດ້ານເສດຖະກິດຍ້ອນໂຄວິດ-19 ວ່າ: ຍ້ອນການລະບາດຂອງພະຍາດດັ່ງກ່າວລັດຖະບານໄດ້ມີນະໂຍບາຍເລື່ອນຜ່ອນຜັນໃນການຊຳລະພາສີອາກອນ, ເປັນຕົນແມ່ນໃຫ້ເລື່ອນຊຳລະຄ່າທາງ 2020, ຕໍ່ເວລາການສົ່ງເອກະສານລາຍການເງິນ, ຍົກເວັ້ນອາກອນລາຍໄດ້ຕໍ່ຜູ້ມີລາຍຮັບ ແລະ ເງິນເດືອນຫນ້ອຍ ແລະ ຍົກເວັ້ນອາກອນລາຍໄດ້ສຳລັບພາກທຸລະກິດຜູ້ທີ່ມີລາຍຮັບປະຈຳປີແຕ່ 50-100 ລ້ານກີບເປັນເວລາ 3 ເດືອນ, ຍົກເວັ້ນພາສີອາກອນ, ປັບຫລຸດອັດຕາດອກເບັ້ຍພື້ນຖານຂອງທະນາຄານກາງ, ປັບຫລຸດອັດຕາດອກເບ້ຍແກ່ພາກທຸລະກິດ, ປັບລາຄານໍ້າມັນເຊື້ອໄຟລົງ, ຄວບຄຸມລາຄາສິນຄ້າ, ແນະນຳກະຊວງທີ່ກ່ຽວຂ້ອງປັບຫລຸດຄ່າໄຟຟ້າ, ນໍ້າປະປາ ແລະ ຄ່າອິນເຕີແນັດລົງໃຫ້ ເຫມາະສົມກັບໄລຍະມີການລະບາດຂອງໂຄວິດ-19 ເພື່ອຊ່ວຍແກ້ໄຂຜົນກະທົບທາງເສດຖະກິດຕໍ່ສັງຄົມ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ