ສູນກາງພັກຈີນໄດ້ເອົາໃຈໃສ່ຕໍ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຟື້ນຟູການຜະລິດ

ໃນວັນທີ 29 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ໄດ້ລົງໄປສຳຫຼວດເບິ່ງແຂວງເຈີ້ຈ່ຽງ ແລະ ສູນການບໍລິການຄຸ້ມຄອງເຂດນິຄົມອາໄຫຼ່ລົດຍົນເຕັກນິກຂັ້ນສູງເປີຍລຸນຕ້າຊີ້ນະຄອນນີງປົ່ວ, ທ່ານ ສີຈິ້ນຜິງ ໄດ້ໂອ້ລົມກັບຜູ້ຕາງໜ້າວິສາຫະກິດຂະໜາດກາງ ແລະນ້ອຍ. ທ່ານກ່າວວ່າ: ໃນການຕ້ານກັບພະຍາດ COVID-19, ກຸ່ມຄົນ, ວິສາຫະກິດ ແລະ ຂະແໜງການຕ່າງໆລ້ວນແຕ່ໄດ້ຮັບຜົນກະທົບ. ໂດຍສູນກາງພັກກອມມູນິດໄດ້ເອົາໃຈໃສ່ຕໍ່ວິສາຫະກິດຂະໜາດນ້ອຍ ແລະ ກາງ, ໄດ້ອອກນະໂຍບາຍຢ່າງເປັນລະບົບ ທີ່ສອດຄ່ອງກັບສະພາບການປ້ອງກັນພະຍາດ ເພື່ອຫຼີກເວັ້ນຜົນກະທົບຢ່າງໜັກໜ່ວງທີ່ມີຕໍ່ວິສາຫະກິດດັ່ງກ່າວໃຫ້ສາມາດພັດທະນາໃໝ່ໄດ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ