ປິດສະຖານີຂົນສົ່ງໂດຍສານສາຍໃຕ້ ນະຄອນຫລວງວຽງຈັນ ນັບແຕ່ວັນທີ 1-19 ເມສາ

ອີງຕາມຄໍາສັ່ງ ນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29-03-2020; ອີງຕາມເເຈ້ງການ ກະຊວງໂຍທາທິການ ເເລະ ຂົນສົ່ງ ພະເເນກ ຍທຂ ນະຄອນຫລວງວຽງຈັນ ສະບັບເລກທີ 2157/ຍທຂ.ນວ. ລົງວັນທີ 30/03/2020, ສະຖານີຂົນສົ່ງໂດຍສານສາຍໃຕ້ ນະຄອນຫລວງວຽງຈັນ ໄດ້ເເຈ້ງມາຍັງບັນດາທ່ານຜູ້ໂດຍສານ ພ້ອມທັງບັນດາຫົວໜ່ວຍທຸລະກິດທີ່ເເລ່ນຂົນສົ່ງໂດຍສານສາຍໃຕ້ທຸກໆພາກສ່ວນ ໃຫ້ຮູ້ວ່າ: ນັບຕັ້ງເເຕ່ວັນທີ 1-19 ເມສານີ້ ທາງສະຖານີຂົນສົ່ງໂດຍສານສາຍໃຕ້ ນະຄອນຫລວງວຽງຈັນ ຈະໄດ້ປິດສະຖານີຂົນສົ່ງໂດຍສານ ເພື່ອຍົກລະດັບການສະກັດກັ້ນ ແລະ ຄວບຄຸມການລະບາດເຊື້ອພະຍາດໂຄວິດ-19 ບໍ່ໃຫ່ແຜ່ລາມອອກໄປໄປໄວ ແລະ ເປັນວົງກວ້າງ. ຖ້າມີຫຍັງປ່ຽນເເປງທາງສະຖານີດັ່ງກ່າວຈະເເຈ້ງໃຫ້ຊາບຕາມພາຍຫລັງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ