ຈີນປະກາດຢາປົວພະຍາດໂຄວິດ-19 ດີ 95%

ລູກເມືອງພວນ

ຫວ່າງບໍ່ດົນມານີ້, ວົງການການແພດຈີນໄດ້ປະກາດຢາຊະນິດໃໝ່ທີ່ສາມາດປົວພະຍາດໂຄວິດ-19 ດີ 95%. ຢາຊະນິດດັ່ງກ່າວມີຊື່ວ່າ Tocilizumab ແລະ ໄດ້ຂາຍທົ່ວໄປຢູ່ໃນທ້ອງຕະຫຼາດ ໂດຍມີຊື່ວ່າ Actemrao 20 (ຢາປົວອັກເສບຄໍ) ໂດຍໄດ້ຮັບການຢັ້ງຢືນຈາກບັນດານັກວິທະຍາສາດ ພາຍຫຼັງນຳໃຊ້ປິ່ນປົວໃຫ້ 19 ຄົນທີ່ຕິດເຊື້ອ, ເຫັນວ່າ ສາມາດອອກຈາກໂຮງໝໍໄດ້ພາຍໃນ 2 ອາທິດ.

ວົງການແພດຈີນ ໄດ້ຮັບຮອງຢາດັ່ງກ່າວ ເອົາໄປປິ່ນປົວໃຫ້ຜູ້ຕິດເຊື້ອອັກເສບປອດຮຸນແຮງໄດ້ຮັບຜົນດີ, ຊຶ່ງແພດຈີນໄດ້ນຳໃຊ້ທົດລອງເພື່ອສະກັດກັ້ນການປ່ຽນແປງຂອງລະບົບພູມຄຸ້ມກັນຂອງຮ່າງກາຍ. ເມື່ອນຳໃຊ້ຢາດັ່ງກ່າວເຫັນວ່າ ຜູ້ຕິດເຊື້ອທັງໝົດທີ່ມີອາການໄຂ້ນັ້ນຫຼຸດລົງຢ່າງຈະແຈ້ງ, ອຸນຫະພູມຂອງຮ່າງກາຍກັບຄືນສູ່ປົກກະຕິ.

ປັດຈຸບັນຢາດັ່ງກ່າວໄດ້ກາຍເປັນຄວາມຫວັງໃໝ່ຕໍ່ກັບຜູ້ຕິດເຊື້ອໄວຣັດ ໂຄວິດ-19, ໃນຂະນະທີ່ບັນດາຊາດອື່ນໆກຳລັງແຂ່ງຂັນກັນຜະລິດວັກຊິນຊະນິດຕ່າງໆເພື່ອປິ່ນປົວພະຍາດຮ້າຍນີ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ