ໂຄງການບູລະນະສຸສານວິລະກຳຈີນຢູ່ຊຽງຂວາງສຳເລັດແລ້ວ

ໂຄງການບູລະນະສຸສານ ເພື່ອລະນຶກວິລະກຳຈີນຢູ່ລາວໄດ້ສຳເລັດສົມບູນແລ້ວ, ຊຶ່ງພິທີມອບ-ຮັບ ແລະ ເປີດນຳໃຊ້ໄດ້ມີຂຶ້ນໃນວັນທີ 7 ມີຖຸນານີ້, ຢູ່ທີ່ແຂວງຊຽງຂວາງ, ຊຶ່ງເປັນຈຸດທີ່ຕັ້ງຂອງສຸສານດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນ ຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ຫວັງຈ້ຽນຈູນ ຄະນະພັກກະຊວງກິດຈະການພົນລະເຮືອນຈີນ, ຮອງຫົວໜ້າປະຈຳການ ຄະນະກຳມະການວຽກງານຜູ້ອາຍຸສູງແຫ່ງຊາດຈີນ, ພ້ອມອຸປະທູດ ສປຈີນ ປະຈຳລາວ ແລະ ທ່ານຮອງເຈົ້າແຂວງຊຽງຂວາງເຂົ້າຮ່ວມນຳດ້ວຍ.
ທ່ານນາງໃບຄໍາ ຂັດທິຍະ ກ່າວວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນມັງກອນເປັນຕົ້ນມາ ແລະ ໄດ້ສຳເລັດໃນເດືອນເມສາຜ່ານມານີ້, ໂດຍການຮັບເໝົາກໍ່ສ້າງຂອງຝ່າຍຈີນ, ພາຍໃຕ້ການຮ່ວມມື, ປຶກສາຫາລື, ຕິດຕາມ, ຊຸກຍູ້ ແລະ ອຳນວຍຄວາມສະດວກຈາກທຸກພາກສ່ວນຢ່າງເປັນປົກກະຕິ, ຊຶ່ງສຸສານຈີນແຫ່ງນີ້ ຍັງຈະກາຍເປັນບ່ອນສັກກາລະບູຊາ ແລະ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງປະຊາຊົນລາວ ແລະ ຈີນໃນອະນາຄົດ.
ທ່ານ ຈ້າວ ເຊິນ ກັງ ກ່າວວ່າ: ການປັບປຸງສຸສານແຫ່ງນີ້, ກໍເພື່ອ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

