ຜູ້ຕ້ອງສົງໄສ 2 ຄົນຢູ່ອັດຕະປືເປັນຜົນລົບ

ເມື່ອມໍ່ໆມານີ້ ຄະນະກໍາມະການສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19. ໄດ້ອອກມາຊີ້ເເຈງວ່າ: ຜູ້ຕ້ອງສົງໄສຕິດເຊື້ອໂກວິດ-19ຄົນ ຊື່ ທ້າວ ຊົງລິວ ອາຍຸ 47 ປີ, ສັນຊາດຈີນ, ກໍາມະກອນ ໂຮງງານປຸງເເຕ່ງໄມ້ ເຂດວຽງໄຊ ເມືອງ ພູວົງ ແລະ ທ້າວ ອາຫັວງ ອາຍຸ 18 ປີ, ສັນຊາດຈີນ, ກໍາມະກອນ, ໂຮງງານປຸງເເຕ່ງໄມ້ບ້ານ ມິດສຳພັນ, ເມືອງ ສະໜາມໄຊ, ໄດ້ເຂົ້າມາກວດ ຢູ່ໂຮງໝໍເເຂວງ ອັດຕະປື ແລະ ໄດ້ເກັບຕົວຢ່າງນຳສົ່ງໃຫ້ສູນວິເຄາະລະບາດວິທະຍາ ແລະ ມີຜົນກວດອອກມາ ໃນຄັ້ງວັນທີ 21 ມີນານີ້ເປັນລົບ.
ຫົວໜ້າກອງເລຂາ ໂຮງໝໍເເຂວງ ອັດຕະປື ໃຫ້ຮູ້ວ່າ: ຜົນກວດຂອງ 02 ກໍລະນີດັ່ງກ່າວ, ແມ່ນເປັນລົບ (ບໍ່ພົບເຊື້ອ). ດັ່ງນັ້ນ, ທາງພະເເນກສາທາລະນະສຸກເເຂວງ ອັດຕະປື ຈຶ່ງຂໍເເຈ້ງການມາຍັງສັງຄົມຈົ່ງຢ່າໄດ້ແຕກຕື່ນແລະຂໍເຕືອນ ໃຫ້ສັງຄົມມີຄວາມລະມັດລະວັງ ໃນການປ້ອງກັນຕົນເອງ, ດ້ວຍການໝັ່ນລ້າງມືດ້ວຍເຈວ ຫຼື ສະບູ, ໃສ່ຜ້າອັດປາກທຸກຄັ້ງ ເມື່ອໄປບ່ອນທີ່ມີຄົນຫຼາຍ ແລະ ເວລາໄອຈາມທຸກຄັ້ງຕ້ອງຈາມໃສ່ເຈ້ຍອະນາໄມ ຫຼື ບໍລິເວນເເຂນສອກ ເພື່ອປ້ອງກັນບໍ່ໃຫ້ເຊື້ອເເຜ່ກະຈາຍອອກໄປ.

