ອີຕາລີ ເຜີຍ ຍອດຜູ້ເສຍຊີວິດ ໂຄວິດ -19 ສູງເກີນ 6.000 ຄົນ

ກະຊວງ​ສາທາ​ລະ​ນາ​ສຸກ ອີ​ຕາ​ລີ ​ເປີ​ດ​ເຜີຍ​ວ່າ ຂໍ້​ມູນ​ໃນ​ວັນ​ທີ 23 ມີນາ ຍອດ​ຜູ້​ເສຍ​ຊີວິດ​ຈາກ​ໄວຣັສ​ໂຄ​ໂຣນາ ສາຍ​ພັນ​ໃໝ່ (​ໂຄ​ວິດ 19) ​ໃນ​ອີ​ຕາ​ລີ​ແລ້ວ 6.077 ຄົນ, ຂະນະ​ທີ່​ຈຳ​ນວນ​ຜູ້​ຕິດ​ເຊື້ອມີ 63.927 ຄົນ ​ແລະ ມີ​ຜູ້​ປ່ວຍ​ທີ່​ສາມາດ​ຮັກສາ​ຫາຍ​ແລ້ວ​ 7.432 ຄົນ.

ກ່ອນ​ໜ້າ​ນີ້ ຂໍ້​ມູນ ວັນ​ທີ 22 ມີນາ ລາຍ​ງານ​ວ່າ ອີ​ຕາ​ລີ​ມີ​ຜູ້ຕິດ​ເຊື້ອ 59.138 ຮັກສາ​ຫາຍ 7.024 ຄົນ ​ແລະ ​ເສຍ​ຊີວິດ 5.476 ຄົນ. ຈະ​ເຫັນ​ວ່າ ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ ​ໃນ​ວັນ​ດຽວ​ສູງ​ເຖິງ 601 ຄົນ.

​ເຖິງຢ່າງ​ໃດ​ກໍ​ຕາມ ອີ​ຕາ​ລີ ຍັງ​ໃຊ້​ມາດ​ຕະການ ປິດ​​ເມືອງ​ທົ່ວ​ປະ​ເທດ ​ແລະ ກັກ​ປະຊາຊົນ 60 ລ້ານ​ຄົນ​ບໍ່​ໃຫ້​ອອກ​ນອກ​​ເຮືອນ​​ເວັ້ນ​ແຕ່​ຈະ​ມີ​ເຫດ​ສຸກ​ເສີນ.

ນອກຈາກ​ນີ້ ລັດຖະບານ​ມີ​ຄຳ​ສັ່ງ​ໃຫ້​ປິດ​ຮ້ານ​ຄ້າ, ຮ້ານ​ອາຫານ, ​ໂຮງຮຽນ, ​ ​ໂຮງ​ລະຄອນ, ພິພິຕະພັນ, ສະ​ຖາ​ນບັນ​ເທີ​ງ ​ແລະ ສະຖານ​ທີ່​ທົ່ວ​ປະ​ເທດ ຍົກ​ເວັ້ນຮ້ານ​ຂາຍ​ຢາ, ຮ້ານ​ຂາຍ ຍ່ອຍ, ທະນາຄານ, ປ້ຳນ້ຳມັນ ​ແລະ ລະບົບ​ຂົນ​ສົ່ງ​ສາທາລະນະ ທີ່​ຍັງ​ເປີດ​ໃຫ້​ບໍລິການ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ