ມາເລເຊຍ ເລັ່ງຂະຫຍາຍເວລາປິດປະເທດ

ນາຍົກ ມາ​ເລ​ເຊຍ​ເຜີຍ ລັດຖະບານ​​ເລັ່ງຂະຫຍາ​ຍ​ເວລາ​​​ການ​ປິດ​ປະ​ເທດ​ໄປ​ອີກ

 2 ອາທິດ ຕຽມ​ປະກາດ​ມາດ​ຕະການ​ກະ​ຕຸ້ນ​ເສດ​ຖະກິດ​ເພີ່ມ ຫລຸດ​ຜົນ​ກະທົບ​ຈາກ​ໄວຣັສ​ໂຄ​ໂຣນາ​ລະບາດ ​ແລະ ລາຄາ​ນ້ຳມັນ​ຫລຸດລົງ.

ສຳນັກ​ຂ່າວ​ຣອຍ​ເຕີຣ໌ ລາຍ​ງານ ນາຍົກ​ລັດຖະມົນຕີ ມູຍິດດິນ ຢາສຊິນ ຂອງ​ເມ​ເລ​ເຊຍ ​ຖະ​ແຫລ​ງວ່າ ສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຈະ​ປະຊຸມ​ກັນ​ໃນ​ວັນ​ທີ 31 ມີນາ. ​ເພື່ອ​ພິຈາລະນາ​ວ່າ ຈະ​ດຳ​ເນີນ​ມາດ​ຕະການ​ໃດ​ຕໍ່​ໄປ​ຫລັງ​ມາດ​ຕະການ​​ຄຸມ​ການ​ເດີນທາງ ແລະ ທຸລະ​ກິດ​ປັດຈຸບັນ​ສິ້ນສຸດ​ລົງ ​ແລະ ຄາດ​ວ່າ​ລັດຖະບານ​ຈະ​ເຜີຍ​ແຜ່​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ຊຸດ​ໃໝ່​ໄປ​ພ້ອມ​ກັນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ