ສິ່ງທ້າທາຍ ແລະ ກາລະໂອກາດຂອງຂະແໜງການທ່ອງທ່ຽວລາວໃນສະຖານະການ ໂຄວິດ-19 ລະບາດ

ລູກເມືອງພວນ

ຂະແໜງການທ່ອງທ່ຽວໃນທົ່ວໂລກເວົ້າລວມ, ໃນລາວເວົ້າສະເພາະໃນຕົ້ນປີ 2020 ນີ້ ແມ່ນຫຼຸດລົງຢ່າງເຫັນທັນຕາ. ແຜນການກໍຄືໂຄງການທ່ອງທ່ຽວໃນທົ່ວໂລກກໍຄືຂະແໜງການທ່ອງທ່ຽວຂອງລາວກຳລັງຖືກປ່ຽນແປງໄປຢ່າງສັບສົນ ບໍ່ຮູ້ວ່າຈະກັບຄືນມາສູ່ສະພາບຕາມປົກກະຕິຕາມແຜນເດີມວາງໄດ້ ຫຼື ບໍ່?

ໃນຂະນະທີ່ຫຼາຍປະເທດນັບທັງລາວກຳລັງມີແຜນເປີດສາຍການບິນຕົງຊຶ່ງກັນ ແລະ ກັນຢູ່ນັ້ນ ກໍຕ້ອງໄດ້ປິດລົງຢ່າງກະທັນຫັນ ຍ້ອນການລະບາດຂອງພະຍາດໂຄວິດ-19.

ຕາມຄາດຄະເນວ່າ ການລະບາດຂອງພະຍາດອາດຈະແກ່ຍາວຈົນເຖິງ ໄຕມາດທີ II ຂອງປີ 2020 ອັນເຮັດໃຫ້ຂະແໜງການທ່ອງທ່ຽວຕ້ອງຫຼຸບທຶນໄປຫຼາຍຕື້ໂດລາ, ພະນັກງານໃນສາຍການບິນທົ່ວໂລກຖືກເລີກຈ້າງຊົ່ວຄາວເປັນຈຳນວນຫຼວງຫຼາຍ, ຫຼາຍປະເທດໄດ້ປິດແຫຼ່ງທ່ອງທ່ຽວ ແລະ ສາທາລະນະບ່ອນທີ່ມີຜູ້ຄົນແອອັດລົງຊົ່ວຄາວ…

ຕໍ່ໜ້າສະພາບການດັ່ງກ່າວ, ຫຼາຍປະເທດໄດ້ມີວິທີການປັບປຸງຂະແໜງການທ່ອງທ່ຽວຂອງຕົນ ເພື່ອກອບກູ້ເອົາຂະແໜງການທ່ອງທ່ຽວກັບຄືນສູ່ສະພາບເດີມພາຍຫຼັງການລະບາດຂອງພະຍາດຢຸດຕິລົງ.

ພວກເຮົາຕ້ອງມີແຜນຮອງຮັບໄວ້ ໃນການຮັບມືນັກທ່ອງທ່ຽວທີ່ຈະກັບເຂົ້າມາທ່ອງທ່ຽວໃນລາວອີກຄັ້ງພາຍຫຼັງໂຄວິດ-19 ຢຸດຕິລົງ ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວທີ່ນິຍົມຂອງຄົນຕ່າງປະເທດເຊັ່ນ: ແຫຼ່ງທ່ອງທ່ຽວໃນນະຄອນຫຼວງວຽງຈັນ, ເມືອງວັງວຽງ, ອ່າງນໍ້າງື່ມ ແຂວງວຽງຈັນ, ຫຼວງພະບາງ, ວັດພູຈຳປາສັກ, ທົ່ງໄຫຫີນຊຽງຂວາງ ແລະ ແຫ່ງອື່ນໆ ແລະ ໃຜໆກໍຈະຊື່ນຊົມປະເທດລາວທີ່ບໍ່ມີຜູ້ຕິດເຊື້ອພະຍາດໄວຣັສໂຄວິດ-19 ນັ້ນຄືຈຸດທີ່ຄົນສ່ວນຫຼາຍໃຫ້ຄວາມສົນໃຈຢາກມາທ່ຽວປະເທດລາວ. ດ້ານໜຶ່ງອີກປະເທດລາວ ຖ້າທຽບໃສ່ຫຼາຍປະເທດໃນໂລກ ຍັງຄົງສະພາບທຳມະຊາດ ແລະ ສິ່ງແວດລ້ອມໄດ້ດີສົມຄວນ, ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ເປັນໜ້າທ່ອງທ່ຽວ, ທຳມະຊາດ ພູຜາປ່າດົງ, ຫ້ວຍນໍ້າລຳເຊຍັງອຸດົມຮັ່ງມີໄປດ້ວຍພຶກສາສາດ, ຕາດນໍ້າໃສໄຫຼເຢັນ ແລະ ຊີວະນາໆພັນ ດັ່ງທີ່ແຫຼ່ງທ່ອງທ່ຽວ ຢໍລະປາ ແຂວງອຸດົມໄຊເປັນຕົ້ນ, ດ້ານໜຶ່ງອີກ ວັດທະນະທຳ ຮີດຄອງປະເພນີຂອງລາວມີຫຼາຍສິ່ງຫຼາຍອັນທີ່ເປັນໜ້າປະທັບໃຈຂອງແຂກຕ່າງດ້າວທ້າວຕ່າງແດນ. ນີ້ຄືທີ່ທ່າແຮງ ແລະ ກາລະໂອກາດຂອງຂະແໜງການທ່ອງທ່ຽວຢູ່ລາວ.

ຖ້າພວກເຮົາມີແຜນຮັບມືທີ່ດີ, ມີການປັບປຸງພັດທະນາສະຖານທີ່ແຫຼ່ງທ່ອງທ່ຽວໃນເຊີງອະນຸລັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດ ຄິດວ່າພາຍຫຼັງພາຍຸໂຄວິດຢຸດຕິລົງ ຄົງມີນັກທ່ອງທ່ຽວຫຼັ່ງໄຫຼເຂົ້າມາລາວຢ່າງມະຫາສານ ນີ້ແຫຼະຄືໂອກາດຂອງຂະແໜງການທ່ອງທ່ຽວຂອງພວກເຮົາ./.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ