ເຟໄລນີ ຕິດເຊື້ອໄວຣັສໂຄວິດ-19ເປັນນັກເຕະຄົນທໍາອິດໃນ ໄຊນີສ ຊູບເປີລີກ


ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ:
ກົມສາທາລະນະສຸກ ສປ.ຈີນ ຢືນຢັນວ່າ ມາຣູຢັນ ເຟໄລນີ ກອງກາງຂອງ ຊານຕົງ ລູ່ເໜິງ
ສະໂມສອນໃນ ໄຊນີສ ຊູບເປີລີກ ມີຜົນກວດເຊື້ອໄວຣັສໂຄວິດ-19, ອອກມາເປັນບວກ

ສຳຫຼັບ ເຟລໄລນີ ເປັນອະດີດນັກເຕະຂອງ ເອັບເວີຕັນ ແລະ ແມນເຊັດເຕີ ຢູໄນເຕັດ, ກໍາລັງຈະລາຍງານຕົວກັບ ຊານຕົງ ລູເໜິງ ດ້ວຍການເດີນທາງດ້ວຍລົດໄຟ ເຖິງເມືອງຢີ່ໜານ ໃນວັນທີ 20 ມີນາ ກ່ອນຖືກກວດພົບວ່າຕິດເຊື້ອໄວຣັສດັ່ງກ່າວ ໃນຕອນນັ້ນເຮັດໃຫ້ ເຟໄລນີ ກາຍເປັນນັກເຕະຄົນທໍາອິດໃນ ລີກສູງສຸດຂອງ ສປ.ຈີນ ທີ່ຕິດເຊື້ອໄວຣັສໂຄວິດ-19.



