ນາຍົກ​ອັງກິດ “​ແຈກ​ເງິນ 2.500 ປອນ​ໃຫ້ພະນັກງານທີ່ຖືກພັກວຽກ” ​​ໄລຍະປິດ​ປະ​ເທດ

ສຳນັກ​ຂ່າວ ບີ​ບີ​ຊີ ລາຍ​ງານ​ວ່າ: ນາຍົກລັດຖະມົນຕີ ຈອນ​ສັນ ຂອງ​ອັງກິດ ​ໄດ້​ປະກາດ​ຈະ​ຈ່າຍ​ເງິນ​ໃຫ້ພະນັກງານທີ່ຖືກພັກວຽກ ​ໃນ​ອັດຕາສ່ວນ 80% ຂອງ​ເງິນ​ເດືອນ​ທີ່​ເຄີຍ​ໄດ້ ຫລື ວົງ​ເງິນ​ບໍ່​ເກີນ 2.500 ປອນ ​ເປັນ​ເວລາ 3 ​ເດືອນ ​ເຊິ່ງ​ເປັນ​ຜົນ​ກະທົບ​ຈາກ ການ​ປິດປະ​ເທດ ນັບແຕ່​ວັນ​ທີ 20 ມີນານີ້  ​ເພື່ອ​ສະກັດ​ການ​ແຜ່​ລະບາດ​ຂອງ​ໄວຣັສ​​ໂຄ​ໂຣນາ ສາຍ​ພັນ​ໃໝ່ (​ໂຄ​ວິດ-19).

ມາດ​ຕະການ​ດັ່ງກ່າວ ມີ​ຂຶ້ນ​ເພື່ອ​ເປັນ​ການຫລຸດ​ຜ່ອນຄວາມທຸກ​ຍາກ​ຂອງ​ ຄົນ​ນັບ​ແສນ​ທີ່​​ບໍ່​ມີ​ວຽກ ຈາກ​ຜົນ​ຕາມ​ມາ​ຂອງ​ໂຣກລະບາດ​ນີ້ດັ່ງທຸລະ​ກິດ ​ໂຮງ​ແຮມ, ສະ​ຖາ​ບັນ​ເທີ​ງ, ຮ້ານ​ອາຫານ, ​ໄນ​ຄລັບ, ​ໂຮງ​ລະຄອນ, ​ໂຮງ​ສາຍຮູບເງົາ, ບ່ອນ​ອອກກຳລັງ​ກາຍ ​ແລະ ສູນ​ບໍລິການ​ອື່ນໆ ​ໂດຍ​ລັດຖະບານ​ຈະ​ທົບ​ທວນ​ຄວາມ​ເໝາະ​ສົມ​ທຸກ​ເດືອນ.

“​ພວກ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໃຫ້​ໄວ້​​ໄດ້​ຫລາຍ​ເທົ່າ​ໃດ ປະ​ເທດ​ກໍ​ຈະຜ່ານ​ວິ​ກິດ​​ທາງ​ເສດຖະກິດ ​ແລະ ການ​ແພດ​ໄປ​ໄດ້​ໄວ” ນາຍົກລັດຖະ ມົນຕີຈອນສັນກ່າວ.

 ມີ​ລາຍ​ງານ​ສະຖາ​ນະ​ການ​​ແຜ່​ລະບາດ​ໂຄ​ວິດ-19 ຂອງ​ອັງກິດ ວັນ​ທີ 20 ມີນາ ມີ​ຜູ້​ຕິດ​ເຊື້ອ ​ຈຳນວນ 3.983 ຄົນ, ​ເສຍ​ຊີວິດ 177 ຄົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ