ສິງກະ​ໂປ ມີ​ຜູ້​ເສຍ​ຊີວິດ​ຄົນ​ທຳ​ອິດ ຈາກ ​ໂຄ​ວິດ -19

ກະຊວງ​ສາທາ​ລະ​ນະ​ສຸກ​ຂອງ ສິງກະ​ໂປ ຖະ​​ແຫລ​ງວ່າ ພົບ​ຜູ້​ເສຍ​ຊີວິດ​ຈາ​ກການ​ຕິດ​ເຊື້ອ ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ (​ໂຄ​ວິດ-19) ຈຳນວນ 2 ຄົນ, ​ໃນ​ວັນ​ເສົາ​ທີ 21 ມີນາ ​ເຊິ່ງ​ເຮັດ​​ໃຫ້ສິງກະ​ໂປ​ມີ​ຜູ້​ເສຍ​ຊີວິດ​ຄົນ​ທຳ​ອິດ​ຈາກ​ໄວຣັສດັງ​ກ່າວ.

​       ໃນ​ລາຍ​ງານ​ລະບຸ​ວ່າ ຜູ້​ປ່ວຍ​ທີ່​ເສຍ​ຊີວິດ​ເປັນ​ຜູ້ຍິງ​ຊາວ ສິງກະ​ໂປ ອາຍຸ 75 ປີ ​ແລະ ຜູ້​ຊາຍ​ອິນ​ໂດ​​ເນເຊຍ ອາຍຸ 64 ປີ.

ສິງກະ​ໂປ​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ເລື່ອງ​​ແກ້​ໄຂ ​ແລະ ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ໄດ້​ດີ ​​ໃນ​ວັນ​ທີ 21 ມີນາ. ມີ​ຜູ້​ຕິດ​ເຊື້ອ​ໄວຣັສ​ໂຄ​ວິດ-19 ໃນ​ສິງ​ກະ​ໂປ ຈຳນວນ 385 ຄົນ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ