UN ເຕືອນ ໂຄວິດ-19 ອາດຂ້າຊີວິດຄົນຫລັກລ້ານ

“UN” ປະກາດເຕືອນ ສະຖານະການການແຜ່ລະບາດ “ໂຄວິດ-19” ຖ້າປ່ອຍລຸກລາມ ອາດຂ້າຊີວິດປະຊາຊົນຫລັກລ້ານ.
ມີລາຍງານວ່າ: ເລຂາທິການສະຫະປະຊາຊາດ (UN) ປະກາດເຕືອນອາດມີປະຊາຊົນເສຍຊີວິດຫລາຍລ້ານຄົນທົ່ວໂລກ ໂດຍສະເພາະໃນປະເທດທຸກຍາກ ຖ້າປ່ອຍໃຫ້ໄວຣັສລະບາດລຸກລາມຄືໄຟລາມປ່າ ໂດຍບໍ່ຮ່ວມມືກັນຢຸດຢັ້ງການລະບາດຢ່າງຈິງຈັງ.
ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການ UN ອອກຄຳເຕືອນໃນວັນທີ 19 ມີນາວ່າ: ຖ້າຍັງປ່ອຍໃຫ້ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ແຜ່ລະບາດຄືໄຟໄໝ້ປ່າ ໂດຍສະເພາະໃນພາກພື້ນທີ່ມີຄວາມອ່ອນແອຫລາຍທີ່ສຸດຂອງໂລກ ອາດຂ້າຊີວິດປະຊາຊົນຫລາຍລ້ານຄົນໄດ້.
ເຖິງຢ່າງໃດກໍຕາມ, ຄຳເຕືອນນີ້ມີຂຶ້ນຂະນະທີ່ໂຣກໂຄວິດ-19 ຂ້າຊີວິດປະຊາຊົນເກີນ 10.000 ຄົນໃນທົ່ວໂລກ ແລະ ເລຂາ UN ເນັ້ນວ່າ: ເວລານີ້ຕ້ອງຍົກເລີກດຳເນີນມາດຕະການທາງສາທາລະນະສຸກຂອງແຕ່ລະປະເທດ ແຕ່ຄວນຫັນມາດຳເນີນມາດຕະການຮ່ວມກັນຂອງທົ່ວໂລກ ເພື່ອຊ່ວຍເຫລືອປະເທດທີ່ມີປະສິດທິພາບຕໍ່າໃນການຮັບມືຕໍ່ວິກິດ.
ເລຂາ UN ຍັງໄດ້ຮຽກຮ້ອງໃຫ້ກຸ່ມປະເທດ G20 ຊ່ວຍເຫລືອປະເທດຢູ່ອາຟຣິກາ ແລະ ປະເທດກຳລັງພັດທະນາອື່ນໆ ບໍ່ ດັ່ງນັ້ນອາດມີຜູ້ເສຍຊີວິດຫລາຍລ້ານຄົນ ເຊິ່ງເປັນສິ່ງທີ່ບໍ່ອາດຍອມຮັບໄດ້.

