COVID-19 ກະທົບໜັກ ຫຼາຍຊາດຍົກເລີກການເກັບຕົວນັກກີລາ, ງານມະຫາກຳກີລາໂອລິມປິກ ໂຕກຽວເກມ 2020

            ຫຼັງຈາກທີ່ປະເທດຢີ່ປຸ່ນ ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກເຊື້ອໄວຣັສ COVID-19 ລະບາດ, ຫຼ້າສຸດແຄ້ມເກັບຕົວ ກຽມທີມທີ່ຈະເຂົ້າຮ່ວມງານ ມະຫາກຳກີລາໂອລິມປິກເກມ 2020 ແລະ ພາຣາລິມປິກເກມ 2020 ຂອງຊາດຕ່າງໆ ໄດ້ພາກັນຍົກເລີກກັນເປັນຈຳນວນຫຼາຍ ເຊັ່ນ: ທີມກີລາປິ່ງປອງ ທີມຊາດ ໂຄລົມເບຍ ທີ່ວາງແຜນຈະໄປເກັບຕົວຝຶກຊ້ອມທີ່ເມືອງຄິຕະຄິວຊູ, ທີມວິວແຊບານບ້ວງ ອັງກິດ (ກີລາພາຣາລິມປິກຄົນພິການ) ທີ່ເມືອງອຸຣາຢາສຶ, ທີມຍິມນັດຕິກ ສປ.ຈີນ ທີ່ເມືອງຊາບາເອະ ແລະ ອີກຫຼາຍຊະນິດກີລາ ໄດ້ຖືກຍົກເລີກໄປທັ້ງໝົດ.

    ສາເຫດທີ່ຍົກເລີກການເກັບຕົວນັ້ນ ເພາະຄວາມປອດໄພຂອງຊາດຕົວເອງ ທີ່ອາດຈະຕິດເຊື້ອໄວຣັສ COVID-19 ແລະ ຍັງບໍ່ມີຄວາມແນ່ນອນວ່າ ໂຕກຽວເກມ 2020 ຈະຍັງຄົງຈັດການແຂ່ງຂັນໃນຄັ້ງນີ້ ໄດ້ຕາມກຳນົດເດີມຫຼືບໍ່ຄື 24 ກໍລະກົດ ເຖີງ 9 ສິງຫານີ້.

    ພ້ອມນີ້ ຄະນະກຳມະການຈັດການແຂ່ງຂັນກີລາໂອລິມປິກເກມ 2020 ຂອງຢີ່ປຸ່ນ ໄດ້ຮ່ວມມືກັບທ້ອງຖິ່ນໃນການໃຫ້ຊາດຕ່າງໆ ມາເກັບຕົວຝຶກຊ້ອມກ່ອນການແຂ່ງຂັນໃນແຂວງຕ່າງໆ ເພື່ອຈະໃຫ້ໄດ້ແຂ່ງຂັນຕາມກຳໜົດເດີມ.