ຟຸດຊໍ ຊິງແຊ້ມສະໂມສອນອາຊີ ແລະ ຟຸດຊໍຍິງຊິງແຊ້ມອາຊີ 2020 ເລື່ອນການແຂ່ງຂັນ..!


ສະຫະພັນບານເຕະອາຊີ ຫຼື AFC ປະກາດເລື່ອນການແຂ່ງຂັນລາຍການ ຟຸດຊໍຊາຍ ຊິງແຊ້ມສະໂມສອນອາຊີ 2020
ທີ່ສະຫະລັດອາລັບເອມິເຣດ ເປັນເຈົ້າພາບ
ເລື່ອນອອກໄປເປັນວັນທີ 2-13 ທັນວາທີ່ຈະມາເຖີງນີ້, ຂະນະທີ່ການແຂ່ງຂັນ ຟຸດຊໍຍິງ ຊິງແຊ້ມອາຊີ 2020
ທີ່ປະເທດຄູເວດ ເປັນເຈົ້າພາບຈະແຂ່ງຂັນໃນວັນທີ
2-12
ກໍລະກົດ, ຊຶ່ງການຈັບສະຫຼາກແບ່ງສາຍ
ທັງ 2 ລາຍການ ຈະມີຂຶ້ນໃນໄວໆນີ້.

ເມື່ອຕົ້ນເດືອນຜ່ານມາ AFC ພ້ອມດ້ວຍ FA ໄດ້ຕົກລົງເລື່ອນການແຂ່ງຂັນ ຟຸດຊໍຊາຍ ຊິງແຊ້ມອາຊຽນ 2020 ທີ່ປະເທດ ເຕິກມີນິດສະຖານຈະເລື່ອນການແຂ່ງຂັນອອກໄປຈາກວັນທີ 24 ກຸມພາ – 8 ມີນາ 2020 ໄປເປັນວັນທີ 5 – 16 ສິງຫາ 2020.

