ເມຍນອນກັບຊາກສົບຂອງຜົວເສຍຊີວິດຍ້ອນ ໂຄວິດ-19

ລູກເມືອງພວນ

ສຳນັກຂ່າວ ຊີເອັນເອັນ ໂດຍອ້າງອີງຕາມຄຳໃຫ້ການຂອງເຈົ້າຄອງນະຄອນ Borghetto Santo Spirito (ອີຕາລີ), ທ່ານ Giancarlo Canepa ເມື່ອວັນທີ 11 ມີນາຜ່ານມາ ໃຫ້ຮູ້ວ່າ: ຜູ້ຍິງຄົນໜຶ່ງຕ້ອງໄດ້ຢູ່ກັບຊາກສົບຂອງຜົວຕົນເອງ ຍ້ອນມີຂໍ້ກຳນົດການແຍກຕົວສະເພາະ ພະຍາດ ໂຄວິດ-19.

ຜົວຂອງເຂົາຕິດເຊື້ອ ໄວຣັສ SARS-CoV-2 ແລະ ໄດ້ເສຍຊີວິດລົງໃນວັນທີ 9 ມີນາ ຜ່ານມາ.

ເຈົ້າຄອງນະຄອນເປີດເຜີຍວ່າ: ອີງຕາມຂໍ້ກຳນົດຂອງລັດພວກເຮົາວາງອອກ ແມ່ນຫ້າມບໍ່ໃຫ້ຜູ້ໃດເຂົ້າໄປໃກ້ ຫຼື ຕິດພັນກັບຊາກສົບຄົນຕາຍຍ້ອນພະຍາດໂຄວິດ-19. ດັ່ງນັ້ນ, ເມຍຂອງລາວຈຳເປັນຕ້ອງໄດ້ຢູ່ກັບຊາກສົບຂອງຜົວຈົນເຖິງວັນທີ 11 ມີນາ.

ທ່ານ Giancarlo  ຍັງໃຫ້ຮູ້ອີກວ່າ: ຜົວຂອງເຂົາປະຕິເສດ ບໍ່ຍອມໄປໂຮງໝໍ ໃນທີ່ສຸດກໍເສຍຊີວິດໄປ. ເຫດການດັ່ງກ່າວ, ໄດ້ສ້າງກະແສຄວາມຕື່ນຕົກໃຈໃຫ້ຊາວບ້ານເປັນຢ່າງຍິ່ງ.

ໂທລະທັດທ້ອງຖິ່ນ  IVG.IT ໄດ້ອອກລາຍການວີດີໂອສຳພາດຊາວບ້ານຄົນໜຶ່ງໃຫ້ຮູ້ວ່າ: ຜູ້ຍິງຄົນນັ້ນ ເຂົາຮ້ອງໄຫ້ ແລະ ຮ້ອງຂໍຄວາມຊ່ວຍເຫຼືອຈາກທາງການ, ແຕ່ ບໍ່ມີໃຜຈະກ້າເຂົ້າໄປໃກ້ ແລະ ໃຫ້ການຊ່ວຍເຫຼືອ ກໍຄືໃຫ້ກຳລັງໃຈແກ່ລາວໄດ້ ເພາະມີລາວຄົນດຽວຢູ່ກັບຊາກສົບຂອງຜົວເທົ່ານັ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ