ຈີນພົບຜູ້ປ່ວຍ “ໂຄວິດ-19” ຈາກໃນປະເທດພຽງຄົນດຽວ

ຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຢູ່ຈີນນັບແຕ່ເດືອນທັນວາປີຜ່ານມາມີຢ່າງໜ້ອຍ 3.226 ຄົນ ເພີ່ມອີກ 13 ຄົນ, ສ່ວນຜູ້ປ່ວຍມີ 80.881 ຄົນ ເພີ່ມຂຶ້ນ 21 ຄົນ ໂດຍເປັນການຕິດເຊື້ອຈາກພາຍໃນປະເທດພຽງຄົນດຽວ.
ຄະນະກຳມາທິການສາທາລະນະສຸກແຫ່ງຊາດຂອງຈີນ ລາຍງານສະຖານະການເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ນັບແຕ່ເດືອນທັນວາປີຜ່ານມາ ເຖິງວັນທີ 16 ມີນາວ່າ: ມີຜູ້ເສຍຊີວິດອີກ 13 ຄົນ ເພີ່ມຈຳນວນຜູ້ເສຍຊີວິດເປັນຢ່າງໜ້ອຍ 3.226 ຄົນ, ຂະນະທີ່ຜູ້ປ່ວຍທົ່ວປະເທດມີຢ່າງໜ້ອຍ 80.881 ຄົນ ເພີ່ມຂຶ້ນ 21 ຄົນ ໂດຍເປັນຜູ້ປ່ວຍຄົນໃໝ່ ເຊິ່ງພົບໃນປະເທດພຽງຄົນດຽວ ແລະ ຍັງຢູ່ມົນທົນຫູເປີຍ, ສ່ວນທີ່ເຫລືອເປັນຄົນຈີນທີ່ເດີນທາງມາຈາກຕ່າງປະເທດ.
ສ່ວນສະຖານະການຢູ່ຕ່າງປະເທດຍັງວິກິດທີ່ສຸດຢູ່ອິຕາລີ ມີຜູ້ປ່ວຍຢ່າງໜ້ອຍ 27.980 ຄົນ ເສຍຊີວິດຢ່າງໜ້ອຍ 2.158 ຄົນ ແລະ ປິ່ນປົວດີແລ້ວ 2.749 ຄົນ, ອີຣານມີຜູ້ຕິດເຊື້ອ 14.991 ຄົນ ເສຍຊີວິດແລ້ວ 853 ຄົນ ແລະ ປິ່ນປົວດີແລ້ວຢ່າງໜ້ອຍ 4.996 ຄົນ, ຖັດມາແມ່ນແອັສປາຍລາຍງານຜູ້ປ່ວຍ 9.942 ຄົນ ເສຍຊີວິດແລ້ວ 342 ຄົນ ແລະ ປິ່ນປົວດີແລ້ວ 530 ຄົນ ແລະ ສ.ເກົາຫລີ ລາຍງານຜູ້ປ່ວຍຢ່າງໜ້ອຍ 8.320 ຄົນ ເສຍຊີວິດແລ້ວ 81 ຄົນ ແລະ ປິ່ນປົວດີແລ້ວ 1.401 ຄົນ.

