ຈັບກຸ່ມແກ້ງຂົນສົ່ງຢາເສບຕິດຈາກລາວໄປຫວຽດນາມ

ລູເມືອງພວນ

ຂ່າວຈາກ VTC News, ວັນທີ 14 ມີນານີ້,  ກອງບັນຊາການທະຫານຊາຍແດນ ແຂວງ ກອນຕູມ ຫວຽດນາມ ໃຫ້ຮູ້ວ່າ: ກອງກຳລັງປ້ອງກັນຊາຍແດນຂອງຕົນໄດ້ປະສານສົມທົບກັບກຳລັງຂອງຝ່າຍລາວ ໄດ້ທຳລາຍຄະດີ 918L.v ຢ່າງສຳເລັດຜົນ ແລະ ສາມາດຢຶດຢາບ້າໄດ້ 60.000 ເມັດ.

ພາຍຫຼັງມີການຕິດຕາມມາເປັນເວລາຫຼາຍວັນ, ຈົນມາເຖິງເວລາ 3 ໂມງຂອງວັນທີ 14 ມີນານີ້, ໜ່ວຍປ້ອງກັນທະຫານຊາຍແດນ ແຂວງ ກອນຕູມ ໄດ້ປະສາສົມທົບກັບກຳລັງຂອງຝ່າຍລາວ ຈັບກຸມພວກລັກລອບຂົນສົ່ງຢາບ້າ ຈາກ ເມືອງສາມັກຄ້ໄຊ ແຂວງອັດຕະປືຂອງລາວ ເຂົ້າໄປດິນແດນຂອງຫວຽດນາມ.

ຜູ້ຕ້ອງຫາ 5 ຄົນທີ່ຖືກຈັບລວມມີ: ທ້າວ ສາລີ, ທ້າວຄຽມ, ແກ້ວຕາ, ພຸດສີລາ ແລະ ນາງບົວ.

ກຳລັງຂອງເຈົ້າໜ້າທີ່ ສາມາດຢຶດໄດ້ຂອງກາງລວມມີ: ຢາບ້າ 60.000 ເມັດ, ກັ່ນຊາ 2 ກິໂລກຣາມ, ປືນ 1 ກະບອກ, ລົດໃຫ່ຍ 1 ຄັນ ແລະ ລົດຈັກ 1 ຄັນ.

ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນການສືບສວນສອບສວນ, ຮວບຮວມເອກະສານ ເພື່ອຮ້ອງຟ້ອງ ແລະ ດຳເນີນຄະດີຕາມກົດໝາຍ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ