ໂຣກລະບາດຂອງປີທີ່ລົງເລກທ້າຍດ້ວຍ 20

ປີ 1720: ​​ໂຣກລະບາດ (ຮ່າ)​ຢູ່ເອີຣົບ

ຮ່າ (Plague) ​ເປັນ​ໂຣກລະບາດ​ຮຸນ​ແຮງ​ທີ່​ຕິດ​ຕໍ່​ຈາກ​ສັດ​ສູ່​ຄົນ ຄັ້ງນັ້ນ ​ເປັນ​ການລະບາດ​ຄັ້ງ​ໃຫຍ່​ຄັ້ງສຸດ​ທ້າຍ​ຂອງ ​​ເອີ​ຣົບ ມີ​ຄົນ​ເສຍ​ຊີວິ​ດທັງ​ໝົດ 100.000 ຄົນ.

ປີ 1820: ​ໂຣກລະບາດ (Cholera) ​ເກີດ​ມາຈາກ​ປະ​ເທດ​ອິນ​ເດຍ

​​       ໂຣກອາ​ຫິວາ (Cholera) ​ມີ​ການລະບາດ​ຈາກ​ປະ​ເທດ​ອິນ​ເດຍ​ແລ້ວ​ລາມ​ມາ​ຮອດ​, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ,​ ​ໄທ​. ​​ໄດ້​ມີ ຄົນ​ຕາຍ​ຈຳນວນ​ຫລາຍ ​ເຈົາ​ເຜົາ​ສົບ​ບໍ່​ທັນ, ຕາມ​ຖະໜົນ​ຫົນທາງ​ເຕັມ​ໄປ​ດ້ວຍ​ສົບຄົນ​ຕາຍຈົນ​ເຮັດ​ໃຫ້​ປະຊາຊົນ​ອົບພະຍົບໜີ​ອອກ​ຈາກ​ເມືອງ​ດ້ວຍ​ຄວາມ​ຢ້ານ, ​ໃນ​ການລະບາດ​ຄັ້ງນີ້​ເຮັດ​ໃຫ້​ມີ​ປະຊາຊົນ​ຄົນໄທ​ຕາຍ 30.000 ຄົນ ​ແລະ  ທົ່ວ​ໂລກ​ແມ່ນ 100.000 ຄົນ.

ປີ 1920: ​ໂຣກລະບາດ(ໄຂ້ຫວັດ​ໃຫຍ່ສະ​ເປ​ນ)ປະ​ເທດສະ​ເປ​ນ

​       ໃນ​ປີ 1920 ​ໂຣກຜະ​ເຊີນ​ກັບ​ການ​ແພ​ລະບາດ​ຂອງ​​ໄຂ້ຫວັດ​ສະ​ເປ​ນ (Spanish flu) ​ເຊິ່ງຖື​ເປັນ​ການລະບາດ​ຄັ້ງຮຸນ​ແຮງ​ທີ່​ສຸດ​ຄັ້ງໜຶ່ງ​ໃນ​ໜ້າ​ປະຫວັດສາດ​ຂອງ ມະນຸດຊາດ ​ໄຂ້ຫວັດ​ໃຫຍ່​ສະ​ເປ​ນ ​ເຊິ່ງ​ເກີດ​ຈາກ​ເຊື້ອ​ໄວຣສັ​ໄຂ້ຫວັດ​ໃຫຍ່​ສາຍ​ພັນ H1N1 ​ໄດ້​ແພ່​ລະບາດ​ໄປ​ທົ່ວ​ໂລກ​ໃນ​​ໄລຍະ​ທ້າຍ​ຂອງ​ສົງຄາມ​ໂລກ​ຄັ້ງທີ 1 ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ປະມານ 50 ລ້ານ​ຄົນ.

ປີ 2020: ການ​ແຜ່​ລະບາດ​ໄວຣັສ​ໂຄ​ໂຣນາ ຫລື ​ໂຄ​ວິດ-19 (ສປປ ຈີນ)

​       ໃນຕົ້ນປີ 2020 ​ເກີດ​ການ​ແຜ່​ລະບາດ​ໄວຣັສ​ໂຄ​ໂຣນາ ຫລື ​ໂຄ​ວິດ-19 ​ເຊິ່ງມີ​ທີ່​ມາ​ຈາກ​ປະ​ເທດ​ຈີນ ຜູ້​ປ່ວຍ​ສ່ວນ​ໃຫຍ່​​ເຮັດ​ວຽກ​ໃນ​ຕະຫລາດ ຫລື ມີ​ປະຫວັດ​​ເລີ່​ມຈາກ​ຕະຫລາດ​ການ​ຄ້າ​ສົ່ງ​ອາຫານ​ທະ​ເລ​ແຫ່ງ​ໜຶ່ງ​ໃນ​ຕົວ​ເມືອງ​ອູ​ຮັ້ນ ປະ​ເທດ​ຈີນ ​ເຊິ່ງ​ເປັນ​ຕະຫລາດ​ທີ່​ມີ​ການ​ຄ້າ​ສັດ​ຫລາຍ​ຊະນິດ​ເຊັ່ນ: ນົກ, ​ໄກ່​ຟ້າ, ງູ, ​ເຄື່ອງ​ໃນ​ກະ​ຕ່າ​ຍ ​ແລະ ສັດປ່າ​ອື່ນໆ ​ແລະ ຂະນະ​ນີ້​ຕະຫລາດ​ດັ່ງກ່າວ​ໄດ້​ມີ​ການ​ຈັດການ ດ້ານ​ ສຸຂາ​ພິບານ ສິ່ງ​ແວດ​ລ້​ອມ ມີ​ຜູ້​ປ່ວຍ​ທົ່ວ​ໂລກ 126,136 ຄົນ, ຕາຍ 4,630 ຄົນ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ