ນັກສະແດງທີ່ມີຊື່ສຽງລາງວັນອອສກາ ທອມແຮັງ ແລະ ພັນລະຍາ ຢືນຢັນຕິດເຊື້ອໂຄວິດ-19

ໜັງສືພິມ ເດີນິວຍອກທາມ ລາຍງານວ່າ: ທອມແຮັງ ນັກສະແດງທີ່ມີຊື່ສຽງ ລາງວັນອອສກາ ອາຍຸ 63 ປີ ແລະ ພັນລະຍາ ຣິຕ້າ ວິລສັນ ອອກມາຖະແຫລ່ງຂ່າວຕໍ່ສື່ມວນຊົນວ່າ: ຕົນເອງທັງສອງຄົນມີອາການເມື່ອຍ, ເປັນຫວັດ, ໄອ, ເປັນໄຂ້ ແລະ ຮູ້ສຶກປວດເມື່ອຍຕາມຕົນຕົວ, ຈຶ່ງໄດ້ໄປກວດຢູ່ໂຮງໝໍແຫ່ງໜຶ່ງ ແລະ ພົບວ່າທັງສອງຕິດເຊື້ອໄວຣັສໂຄວິດ-19 ແທ້ໆ ໃນລະຫວ່າງການເດີນທາງໄປຖ່າຍທຳຮູບເງົາເລື່ອງໃໝ່ຢູ່ອົດສະຕຣາລີ.

ທອມແຮັງ ໃຫ້ຮູ້ອີກວ່າ: ຕົນ ແລະ ພັນລະຍາຈະເຂົ້າໄປກວດສອບອີກ ແລະ ເຝົ້າລະວັງອາການ ພ້ອມແຍກຕົວອອກມາ ເພື່ອປ້ອງກັນການແຜ່ລະບາດເຊື້ອດັ່ງກ່າວໃຫ້ແກ່ຄົນອື່ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ