ເຈົ້າຂອງທີມ ນ໊ອດຕິ້ງແຮມ ຟໍເຣສ ຕິດເຊື້ອໄວຣັສ COVID-19


ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ເອວານເຈລອສ ມາຣິນາຄິສ ປັດຈຸບັນອາຍຸ
52 ເຈົ້າຂອງສະໂມສອນ ນ໊ອດຕິ້ງແຮມ ຟໍເຣສ ທີມໃນ ເດິ ແຊ້ມປ້ຽນຊິບ
(ລີກຮອງຂອງພຣີເມຍລີກ) ແລະ ຍັງເປັນເຈົ້າຂອງສະໂມສອນ ໂອແລມເປຍກອສ ທີມຊັ້ນນໍາໃນລີກເກຣັກອອກມາຢືນຢັນວ່າ:
ຕົວເອງຕິດເຊື້ອໄວຣັສ COVID-19 ແລະ ກໍາລັງຮັກສາຕາມຄໍາສັ່ງຂອງໝໍຢ່າງເຄັ່ງຄັດ.

ກ່ອນທີ່ຈະມີແຟນບານຫຼາຍຄົນເຂົ້າຮ່ວມສົ່ງກໍາລັງໃຈໃຫ້ ເອວານເຈລອສ ມາຣິນາຄິສ, ກ່ອນໜ້ານີ້
ລັດຖະບານເກຣັກ ສັ່ງໃຫ້ການແຂ່ງຂັນບານເຕະ ຢູໂຣປາ ລີກ ຮອບ 19 ທີມສຸດທ້າຍນັດທໍາອິດທີ່ ໂອແລມເປຍກອສ
ຈະເປີດບ້ານຮັບການມາຢາມຂອງ ວູຟແຮມຕັນ ທີມຈາກອັງກິດ ໃນວັນພະຫັດທີ 12 ມີນານີ້ ຕ້ອງແຂ່ງຂັນແບບປິດ (ຫ້າມແຟນບານເຂົ້າຊົມ)




