ຍັງຢ້ານບໍ່ກ້າຈັບມື ປ່ຽນໃຊ້ແຂນແຕະກັນແທນ

ໂຄວິດ-19 ເຮັດໃຫ້ຢ້ານກັນໄປທົ່ວໂລກ…
ຕ່າງປະເທດປ່ຽນຈາກການຈັບມືທັກທາຍມາເປັນການໃຊ້ແຂນແຕະກັນແທນ.

Mike Pence ຮອງປະທານາທິບໍດີອາເມລິກາ ເຊິ່ງເປັນຫົວໜ້າໜ່ວຍງານໂຄໂຣນາຂອງລັດຖະບານທັກທາຍ ພົນຕຳຫລວດຕີ Bret Daugherty ແລະ Jay Inslee ເຈົ້າຄອງລັດ ໃນລະຫວ່າງເດີນທາງກວດກາຄວາມຮຽບຮ້ອຍສູນກຽມພ້ອມສຳລັບເຂດເພີຍ ຢູ່ຄ້າຍເມີເຣໃກ້ກັບທາໂຄມາວໍຊິງຕັນ ໂດຍໃຊ້ວິທີການເອົາແຂນແຕະກັນແທນການຈັບມືແບບເຄີຍປະຕິບັດມາ ທັງນີ້ເພື່ອເປັນການຫລຸດຄວາມສ່ຽງທ່າມກາງການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19.


