ອິຕາລີສັ່ງປິດສະຖາບັນການສຶກສາທົ່ວປະເທດ

ອິຕາລີສັ່ງປິດສະຖາບັນການສຶກສາທົ່ວປະເທດ ຫລັງຈຳນວນຜູ້ເສຍຊີວິດ “ໂຄວິດ-19” ເພີ່ມເປັນ 107 ຄົນ ແລະ ຈຳນວນຜູ້ຕິດເຊື້ອເພີ່ມເປັນ 3.000 ຄົນ.
ສຳນັກຂ່າວເອເອັຟພີ ລາຍງານໃນວັນທີ 4 ມີນາວ່າ: ລັດຖະບານອິຕາລີສັ່ງປິດໂຮງຮຽນ ແລະ ມະຫາວິທະຍາໄລທຸກແຫ່ງທົ່ວປະເທດຈົນຮອດວັນທີ 15 ມີນາ ທ່າມກາງວິກິດໂຣກໂຄວິດ-19 ລະບາດ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດຈາກການແຜ່ລະບາດຂອງໂຣກໂຄວິດ-19 ເພີ່ມເປັນ 107 ຄົນ.
ເຈົ້າໜ້າທີ່ອິຕາລີ ຢືນຢັນວ່າ: ພົບຜູ້ເສຍຊີວິດຈາກໂຣກໂຄວິດ-19 ເພີ່ມອີກ 28 ຄົນໃນວັນທີ 4 ມີນາ ສົ່ງຜົນໃຫ້ຈຳນວນລວມຜູ້ເສຍຊີວິດຢູ່ອິຕາລີມີ 107 ຄົນ ໜ້ອຍກວ່າຈີນພຽງປະເທດດຽວ, ສ່ວນຈຳນວນຜູ້ຕິດເຊື້ອພາຍໃນປະເທດເພີ່ມເປັນ 3.000 ຄົນ.
ອິຕາລີ ເປັນສູນກາງການແຜ່ລະບາດຂອງໂຣກໂຄວິດ-19 ໃນເອີຣົບ. ຂະນະທີ່ຄະນະລັດຖະບານຂອງອິຕາລີ ປະຊຸມເພື່ອຫາທາງອອກຈາກວິກິດດ້ານສາທາລະນະສຸກຄັ້ງຮ້າຍແຮງນີ້ ທີ່ກຳລັງດຶງເສດຖະກິດຂອງປະເທດ ເຊິ່ງບອບບາງຢູ່ແລ້ວເຂົ້າສູ່ສະພາບຫລຸດຖອຍ.

