ລັດຖະບານອີຕາລີ ສັ່ງໃຫ້ກີລາທຸກປະເພດຕ້ອງແຂ່ງຂັນແບບປິດ ເພື່ອປ້ອງກັນ ແລະ ຢຸດຢັ້ງເຊື້ອໄວຣັສ COVID-19

ລັດຖະບານອີຕາລີ ມີຄຳສັ່ງໃຫ້ການແຂ່ງຂັນທຸກໆປະເພດກີລາ ຕ້ອງໄດ້ເເຂ່ງຂັນແບບປິດສະໜາມ (ຫ້າມຜູ້ຊົມເຂົ້າ) ຈົນຮອດວັນທີ່ 3 ມີຖຸນາ, ເນື່ອງຈາກການແຜ່ລະບາດຢ່າງຮຸນແຮງຂອງເຊື້ອໄວຣັສ COVID-19

    ຄຳສັ່ງດັ່ງກ່າວຖືກນຳໄປບັງຄັບໃຊ້ ຫຼັງຈາກຜູ້ຕິດເຊື້ອໃນອີຕາລີຕອນນີ້ມີທ່າອ່ຽງເພີ່ມຂື້ນຫຼາຍກວ່າ 3000 ຄົນ ແລະ ມີຜູ້ເສຍຊີວິດໄປແລ້ວຫຼາຍກວ່າ 107 ຄົນ ຂະນະດຽວກັນ ໂຮງຮຽນ ແລະ ມະຫາໄລ ກໍຖືກສັ່ງປິດການຮຽນການສອນຢ່າງໜ້ອຍຮອດວັນທີ່ 15 ມີນານີ້.