ຢ່າຫຼົງເຊື່ອຄຳໂຄສະນາລະດົມທຶນຂອງບາງບໍລິສັດ

ແຫລ່ງຂ່າວທະນາຄານແຫ່ງ ສປປ ລາວ ລາຍງານວ່າ : ໃນໄລຍະຜ່ານມາ ມີຫຼາຍບໍລິສັດ ໄດ້ດຳເນີນການເຄື່ອນໄຫວທຸລະກິດຢ່າງຖືກຕ້ອງຕາມກົດໝາຍ ກົງກັນຂ້າມກໍຍັງມີບາງບໍລິສັດ ເຄື່ອນໄຫວທີ່ຜິດລະບຽບກົດໝາຍ ມີການຕົວະຍົວະຫຼອກລວງ, ຕົ້ມຕຸນເອົາເງິນຄໍາ ແລະຊັບສົມບັດຂອງພົນລະເມືອງຄື ໃນທ້າຍເດືອນມີນາຜ່ານມານີ້ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເລກທີ 202/ຫກ, ລົງວັນທີ 30 ມີນາ2017 ເຖິງປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ໃນຂອບເຂດທົ່ວປະເທດ ໃຫ້ເພີ່ມທະວີສະຕິລະ ວັງຕົວໃນການນໍາໃຊ້ບໍລິການຝາກເງິນ ແລະຮ່ວມລົງທຶນ ເຊິ່ງໃນຜ່ານມາໄດ້ມີປະກົດການບຸກຄົນ, ນິຕິບຸກຄົນຈໍານວນໜຶ່ງ ໄດ້ເຄື່ອນໄຫວລະດົມທຶນຈາກສັງຄົມຢ່າງຜິດກົດໝາຍດ້ວຍຫຼາຍຮູບການເຊ່ັນ : ພາຍໃຕ້ຮູບການເງິນຝາກ, ຮູບການລົງທຶນດ້ວຍຜົນຕອບແທນທີ່ຈູງໃຈ, ແລະ ສູງເກີນຄວາມເປັນຈິງ; ຈາກການເຄື່ອນໄຫວດັ່ງກ່າວຈຶ່ງພາໃຫ້ເກີດຜົນເສຍຫາຍຕໍ່ຊັບສິນ, ເງິນຄໍາຂອງປະຊາຊົນເປັນຈຳນວນຫລາຍ ແລະສ້າງ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
ຈາກນັ້ນ ຫ້ອງການທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເພີ່ມຕື່ມ ສະບັບເລກທີ 215/ຫກ, ລົງວັນທີ 04 ເມສາ 2017 ກ່ຽວກັບການຖອນໃບອະນຸຍາດດໍາເນີນທຸລະກິດ (ຍຸບເລີກ) ບໍລິສັດ ເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ ບາງແຫ່ງທີ່ເຄື່ອນໄຫວບໍ່ຖືກຕ້ອງ ແລະ ອອກແຈ້ງການ ເລກທີ 252/ຫກ, ລົງວັນທີ 27 ເມສາ 2017 ກ່ຽວກັບການເພີ່ມທະວີສະຕິລະວັງຕົວ ເພື່ອຫຼີກລຽງການຕົກເປັນເຫຍື່ອຂອງຄຳໂຄສະນາຊວນເຊື່ອ ໃນການລະດົມເງິນຝາກ ແລະປ່ອຍສິນເຊື່ອທີ່ໄດ້ຮັບຜົນຕອບແທນສູງຂອງບັນດາບໍລິສັດ ໄດ້ຊີ້ບອກວ່າ: ໃນປະຈຸບັນ ສປປ ລາວ ມີສະຖາບັນການເງິນ (ທີ່ບໍ່ແມ່ນທະນາຄານທຸລະກິດ) ທີ່ໄດ້ຮັບການອະນຸຍາດດໍາເນີນທຸລະກິດຈາກ ທະນາຄານແຫ່ງ ສປປ ລາວ ທັງໝົດ 173 ແຫ່ງ ແລະຄັ້ງຫຼ້າສຸດ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເລກທີ 95/ກຄສງ, ລົງວັນທີ 18 ພຶດສະພາ 2017 ກ່ຽວກັບການໂຈະຊົ່ວຄາວການອອກໃບອະນຸຍາດດໍາເນີນທຸລະກິດ ສະຖາບັນການເງິນ ຢູ່ ສປປ ລາວ ນັບແຕ່ວັນທີ ( 01/03/2017 ຮອດ ວັນທີ 28/02/2019 ).
ໂດຍປະຕິບັດຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມີນາ 2017, ອີງຕາມການຕົກລົງຂອງກອງປະຊຸມນາຍົກ – ຮອງນາຍົກລັດຖະມົນຕີ ຕາມແຈ້ງການສະບັບເລກທີ 551/ຫສນຍ.ກລຂ, ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂຄວາມບໍ່ສະຫງົບຂອງບໍລິສັດ ພີເອັສ ແລະບັນດາບໍລິສັດທີ່ດໍາເນີນທຸລະກິດບໍ່ສອດຄ່ອງກັບລະບຽບກົດໝາຍ, ສະບັບເລກທີ 513/ຫສນຍ.ກລຂ, ແລະອີງຕາມໜັງສືຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 291/ຫສນຍ.ກສສ, ດັ່ງນັ້ນ ຫ້ອງການ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ແຈ້ງອອກການເລກທີ 334/ຫກ, ລົງວັນທີ 02 ພຶດສະພາ 2017 ເຖິງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ໃນຂອບເຂດທົ່ວປະເທດ ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຂອງບໍລິສັດ ພີເອັສ.
ເນື້ອໃນຂອງແຈ້ງການໄດ້ແຈ້ງວ່າ: ໄລຍະຜ່ານມາ ຈົນຮອດປະຈຸບັນ ບໍລິສັດ ພີເອັສ ໄດ້ດໍາເນີນການລະດົມທຶນ ດ້ວຍຫຼາຍຮູບແບບທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຶ່ງຜ່ານມາບໍລິສັດດັ່ງກ່າວ ໄດ້ຖືກຂະແໜງການກ່ຽວຂ້ອງກ່າວ ເຕືອນ ແລະປັບໄໝຫຼາຍຄັ້ງ ແຕ່ບໍລິສັດ ຍັງສືບຕໍ່ພິກປີ້ນຮູບແບບການລະດົມທຶນຈາກປະຊາຊົນດ້ວຍຮູບການທີ່ບໍ່ຖືກ ຕ້ອງຢູ່. ສະນັ້ນ ເພື່ອປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນແກ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດໃນທົ່ວປະ
ເທດ; ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງທຸກພາກສ່ວນ ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາໃຫ້ເຂົ້າຮ່ວມທຶນ ໂດຍຫວັງຈະໄດ້ຄ່າຕອບແທນຈາກການລົງທຶນທີ່ສູງ ແລະການໂຄສະນາຊວນເຊື່ອໃນທຸກໆຮູບແບບຂອງບໍລິສັດ ພີເອັສ ສົ່ງເສີມກະສິກໍາ ແລະອຸດສາຫະກໍາຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ; ທະນາຄານແຫ່ງ ສປປ ລາວ ແລະຂະແໜງການອື່ນໆ ຂອງລັດ ຈະບໍ່ຊ່ວຍຮັບຜິດຊອບທາງການເງິນໃດໆ ທີ່ບໍລິສັດ ພີເອັສ ສ້າງຂຶ້ນ ໂດຍບໍ່ຖືກຕ້ອງ, ທຸກບັນຫາທາງການເງິນ ທີ່ບໍລິສັດ ພີເອັສ ໄດ້ກໍ່ຂຶ້ນກັບສະມາຊິກໄນໄລຍະຜ່ານມາ ແລະຕໍ່ໜ້າ ແມ່ນເປັນຄວາມຮັບຜິດຊອບຂອງບໍລິສັດ ພີເອັສ ທັງໝົດ; ຖ້າຫາກຜູ້ຮ່ວມທຶນ ຫຼື ສະມາຊິກ ຫາກໄດ້ຮັບຄວາມອັບປະໂຫຍດ ແມ່ນໃຫ້ສະເໜີຫາສານປະຊາຊົນ ຫຼຶ ເຈົ້າໜ້າທີ່ຕໍາຫຼວດເສດຖະກິດ ໃນທ້ອງຖິ່ນຂອງທ່ານ ເພື່ອດໍາເນີນການແກ້ໄຂ.
# ຂ່າວ: ຣັດສະໝີ ດວງສັດຈະ
