ໂອເປັກກຽມປະຊຸມເພື່ອຮັບມືບັນຫາ ຄວາມຕ້ອງການນ້ຳມັນຫລຸດລົງຕໍ່າ

ກຸ່ມປະເທດຜູ້ສົ່ງອອກນ້ຳມັນ ຫລື ໂອເປັກ ຈະປະຊຸມກັນຢູ່ນະຄອນຫລວງວຽນນາ ຂອງໂອຕຣິດ ໃນວັນທີ 9 ມີນານີ້ ເພື່ອຫາລືເຖິງການຮັບມືສະພາບຄວາມຕ້ອງການນ້ຳມັນທົ່ວໂລກຫລຸດຕໍ່າລົງ ເນື່ອງຈາກການລະບາດຂອງໄວຣັສ.
ລະຫວ່າງກອງປະຊຸມເປັນເວລາ 2 ວັນ, ກຸ່ມໂອເປັກ ເຊິ່ງນຳໂດຍອາຣັບບີ ຊາອຸດິດ ແລະ ພັນທະມິດໂອເປັກພລັສ ທີ່ມີຣັດເຊຍເປັນສະມາຊິກສຳຄັນຈະຫາລືເຖິງແນວທາງໃນການຮັກສາລາຄານ້ຳມັນທີ່ຫລຸດລົງຫລາຍໃນໄລຍະ 2 ເດືອນຜ່ານມາ.
ກອງປະຊຸມຄັ້ງຫລ້າສຸດ ໃນເດືອນທັນວາປີຜ່ານມາ, ກຸ່ມປະເທດຜູ້ຜະລິດນ້ຳມັນໄດ້ຕົກລົງຈະຫລຸດກຳລັງການຜະລິດລົງວັນລະ 500.000 ບາເຣລ ໂດຍ ອາຣັບບີ ຊາອຸດິດ ອາສາຫລຸດກຳລັງການຜະລິດເພີ່ມອີກວັນລະ 400.000 ບາເຣລ ເພື່ອຮັກສາລາຄານ້ຳມັນມາແລ້ວ ເນື່ອງຈາກໄລຍະນັ້ນມີປະລິມານນ້ຳມັນສຳຮອງຫລາຍ ແລະ ເສດຖະກິດໂລກມີການເຕີບໃຫຍ່ຢ່າງອ່ອນແອ.
ການປະກາດຫລຸດກຳລັງການຜະລິດໃນເດືອນທັນວາຊ່ວຍໃຫ້ລາຄານ້ຳມັນເພີ່ມຂຶ້ນເລັກໜ້ອຍ, ແຕ່ການລະບາດຂອງໄວຣັສ ໄດ້ເຮັດໃຫ້ລາຄານ້ຳມັນປັບຫລຸດລົງມາອີກ ໂດຍລາຄານ້ຳມັນດິບເບຣນໃນເອີຣົບ ແລະ ລາຄານ້ຳມັນດິບດັບເບິລຢູທີໄອ ຂອງອາເມລິກາ ຕົກລົງປະມານ 30% ນັບແຕ່ຕົ້ນເດືອນມັງກອນຈົນລົງໄປສູ່ລະດັບຕໍ່າສຸດໃນຮອບກວ່າ 1 ປີມາແລ້ວ.

